ອາຊຽນ ແລະ ສ.ເກົາຫຼີ ມຸ່ງໄປສູ່ການສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືເຈລະຈາ
ທ່ານເລຂາທິການໃຫຍ່ອາຊຽນ ເລເລືອງມິງ ຢ້ຽມຢາມສ.ເກົາຫຼີ
(ພາບ: Yonhap)
(vovworld) – ໃນລະຫວ່າງວັນທີ 08 – 12/10, ທ່ານເລຂາທິການໃຫຍ່ອາຊຽນ ເລເລືອງມິງ ໄດ້ໄປຢ້ຽມຢາມນະຄອນຫຼວງ ເຊີອູນ, ສ.ເກົາຫຼີ, ຕາມຄຳເຊີນຂອງທ່ານລັດຖະມົນຕີການຕ່າງປະເທດສ.ເກົາຫຼີ Yun Byung Se, ເພື່ອແນໃສ່ກະກຽມການສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືເຈລະຈາລະຫວ່າງອາຊຽນ - ສ.ເກົາຫຼີ (1989 – 2014). ທີ່ບັນດາການພົບປະ, ສ.ເກົາຫຼີ ໄດ້ໃຫ້ຄຳໝັ້ນສັນຍາຢ່າງແຮງຂອງຕົນ ໃນການພົວພັນຄູ່ຮ່ວມມືກັບບັນດາປະເທດອາຊຽນ, ສະໜັບສະໜູນ ແລະ ໜູນຊ່ວຍບົດບາດເປັນໃຈກາງຂອງອາຊຽນ ໃນບັນດາກົນໄກພາກພື້ນ ກໍ່ຄືເລື່ອງສ້າງປະຊາຄົມອາຊຽນ ໃນປີ 2015 ແລະ ວິໄສທັດຂອງປະຊາຄົມອາຊຽນ ພາຍຫຼັງປີ 2015. 2 ຝ່າຍໃຫ້ຄຳໝັ້ນສັນຍາຈະພ້ອມກັນສົມທົບ ເພື່ອຮັບປະກັນຜົນສຳເລັດຂອງກອງປະຊຸມຂັ້ນສູງດັ່ງກ່າວ ເຊິ່ງເປັນກຳລັງໜູນຍົກການພົວພັນລະຫວ່າງ 2 ຝ່າຍໃຫ້ຂຶ້ນສູ່ລະດັບສູງໃໝ່.