(ພາບປະກອບ)
(vovworld)- ວັນທີ 14/12, ຢູ່ໂຕກຽວ ປະເທດຍີ່ປຸ່ນ, ທ່ານນາຍົກລັດຖະມົນຕີ ຫວຽດນາມຫງວຽນເຕີນຢຸງ ພ້ອມດ້ວຍບັນດາການນຳອາຊຽນ ແລະ ຍີ່ປຸ່ນ ໄດ້ເຂົ້າຮ່ວມກອງປະຊຸມຂັ້ນສູງ ສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງການພົວພັນຄູ່ເຈລະຈາອາຊຽນ-ຍີ່ປຸ່ນ.
ທີ່ກອງປະຊຸມ, ບັນດາການນຳອາຊຽນ ຕີລາຄາສູງການຮ່ວມມືຢ່າງຕັ້ງໜ້າ ແລະ ການໜູນຊ່ວຍສຳຄັນຂອງຍີ່ປຸ່ນ ສະຫງວນໃຫ້ອາຊຽນ ໃນການຮ່ວມມື, ສ້າງປະຊາຄົມ, ຮັດແຄບຊ່ອງວ່າງໃນການພັດທະນາກໍ່ຄືຮັບມືກັບບັນດາສິ່ງທ້າທາຍໃນພາກພື້ນ. ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ໄດ້ຢືນຢັນນະໂຍບາຍການຕ່າງປະເທດບົນພື້ນຖານ 5 ຫຼັກການ, ໃນນັ້ນ, ເນັ້ນໜັກ ແລະ ຖືເປັນສຳຄັນການເພີ່ມທະວີການພົວພັນຮ່ວມມືກັບອາຊຽນ ໃນທຸກດ້ານ, ສະໜັບສະຫນູນບົດບາດໃຈກາງຂອງອາຊຽນ ໃນພາກພື້ນ.
ສິ້ດສຸດກອງປະຊຸມ, ບັນດາການນຳອາຊຽນ ແລະ ຍີ່ປຸ່ນ ໄດ້ຮັບຮອງເອົາຖະແຫຼງການວິໄສທັດກ່ຽວກັບການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງອາຊຽນ-ຍີ່ປຸ່ນ, ແຜນການຜັນຂະຫຍາຍຖະແຫຼງການວິໄສທັດ ແລະ ຖະແຫຼງການຮ່ວມອາຊຽນ-ຍີ່ປຸ່ນ ກ່ຽວກັບການຮ່ວມມືຮັບມືກັບບັນດາບັນຫາພາກພື້ນ ແລະ ທົ່ວໂລກ, ວາງອອກບັນດາການກຳນົດທິດໃຫ່ຍ ແລະ ບັນດາມາດຕະການຜັນຂະຫຍາຍລະອຽດ ເພື່ອແນໃສ່ຊຸກຍູ້ການພົວພັນຄູ່ຮ່ວມມືອາຊຽນ-ຍີ່ປຸ່ນ ເພື່ອສັນຕິພາບ, ຄວາມສະຫງົບປອດໄພ, ສະຖຽນລະພາບ, ວັດທະນະຖາວອນຢູ່ພາກພື້ນ./.