(VOVWORLD) -ກອງປະຊຸມໄດ້ອັດລົງດ້ວຍຜົນສຳເລັດຢ່າງຈົບງາມ, ໄດ້ນຳມາເຊິ່ງປະສິດທິຜົນ ແລະ ອິດທິພົນຊື່ສຽງໃຫ້ແກ່ອາຊຽນ ແລະ ຫວຽດນາມ.
(ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານຫວຽດນາມ ມາຍຕ໊ຽນຢຸງ) |
ທີ່ກອງປະຊຸມຂ່າວເດືອນ ຕຸລາ ຂອງລັດຖະບານ, ຕອນບ່າຍວັນທີ 05 ພະຈິກ, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານຫວຽດນາມ ມາຍຕ໊ຽນຢຸງ, ໄດ້ແຈ້ງໃຫ້ຊາບກ່ຽວກັບໝາກຜົນຂອງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 35, ຢູ່ບາງກອກ, ປະເທດໄທ. ຕາມທ່ານລັດຖະມົນຕີແລ້ວ, ນີ້ແມ່ນກອງປະຊຸມສຳຄັນທີ່ສຸດສຳລັບອາຊຽນ ເວົ້າລວມ ແລະ ຫວຽດນາມ ເວົ້າສະເພາະ. ທ່ານກ່າວວ່າ.
“ກອງປະຊຸມໄດ້ອັດລົງດ້ວຍຜົນສຳເລັດຢ່າງຈົບງາມ, ໄດ້ນຳມາເຊິ່ງປະສິດທິຜົນ ແລະ ອິດທິພົນຊື່ສຽງໃຫ້ແກ່ອາຊຽນ ແລະ ຫວຽດນາມ. ນີ້ແມ່ນໄຊຊະນະທາງການທູດ, ພິເສດແມ່ນບັນດາປະເທດມີຄວາມສົນໃຈສະໜັບສະໜູນຫຼັກໝັ້ນອັນຊອບທຳຂອງຫວຽດນາມ ກ່ຽວກັບບັນຫາທະເລຕາເວັນອອກ. ທີ່ບັນດາເຫດການໃນກອງປະຊຸມ, ໂດຍສະເພາະແມ່ນການພົບປະກັບຝ່າຍຈີນ, ຝ່າຍຫວຽດນາມ ໄດ້ຊີ້ແຈ້ງທັດສະນະຂອງຫວຽດນາມທີ່ວ່າ, ຫວຽດນາມ ເດັດດ່ຽວ, ຢຶດໝັ້ນປົກປັກຮັກສາອະທິປະໄຕ, ຜືນແຜ່ນດິນ, ທະເລໝູ່ເກາະ ຕາມກົດໝາຍສາກົນ, ຫວຽດນາມ ຕັດສິນໃຈ, ຢຶດໝັ້ນປົກປ້ອງກົດໝາຍສາກົນ ໃນບັນຫາທະເລຕາເວັນອອກ”.
ກໍ່ກ່ຽວຂ້ອງເຖິງບັນຫາທະເລຕາເວັນອອກ, ຕໍ່ກັບແຜນທີ່ເສັ້ນລີ້ນງົວຂອງຈີນ ທີ່ປະກົດອອກຢູ່ບາງຜະລິດຕະພັນທີ່ນຳເຂົ້າຄື: ຟິມຮູບເງົາ, ເຄື່ອງອຸປະກອນໃຊ້ໃນການຮ່ຳຮຽນ ແລະ ເຄື່ອງໃຊ້ສຳລັບລົດໂອໂຕຢູ່ຫວຽດນາມ, ທີ່ກອງປະຊຸມຂ່າວ, ການນຳບາງກະຊວງ, ຂະແໜງການໃຫ້ຮູ້ວ່າ, ຈະເດັດດ່ຽວຊີ້ນຳບັນດາອົງການທີ່ກ່ຽວຂ້ອງກວດກາຄືນ, ພ້ອມທັງກ່າວເຕືອນປະຊາຊົນບໍ່ໃຫ້ນຳໃຊ້ບັນດາຜະລິດຕະພັນຈາກຕ່າງປະເທດທີ່ລະເມີດກົດໝາຍຫວຽດນາມ.
ກ່ຽວຂ້ອງເຖິງເລື່ອງຜູ້ອອກແຮງງານຫວຽດນາມ ໄປເຮັດວຽກຢູ່ຕ່າງປະເທດ, ທ່ານ ດ່າວງອັກຢຸງ, ລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ໄດ້ຢືນຢັນເຖິງຮູບການອາດຊະຍາກຳຄ້າມະນຸດ ແລະ ອົບພະຍົບຢ່າງຜິດກົດໝາຍແມ່ນແຕກຕ່າງກັນເລື່ອງຈັດຕັ້ງການສົ່ງຜູ້ອອກແຮງງານໄປເຮັດວຽກຢູ່ຕ່າງປະເທດ. ທ່ານລັດຖະມົນຕີກ່າວເຕືອນປະຊາຊົນທີ່ມີແຜນການໄປເຮັດວຽກຢູ່ຕ່າງປະເທດນັ້ນຄວນປະຕິບັດໃຫ້ຖືກຕ້ອງຕາມກົດໝາຍ.