ອາຊຽນ-ອີຢູປຶກສາຫາລືມາດຕະການຊຸກຍູ້ການເຊື່ອມຕໍ່ພາກພື້ນ
ການໂອ້ລົມສົນທະນາຖືກຈັດຂຶ້ນຢູ່ ບຣຸກແຊນ
(ພາບ: Hương Giang/TTXVN)
(vovworld) – ຕອນຄຳ່ວັນທີ 24/2, ຢູ່ສະຖານທູດ ຫວຽດນາມ ປະຈຳນະຄອນຫຼວງ ບຣຸກແຊນ, ປະເທດແບນຊິກ, ໄດ້ຈັດຕັ້ງການໂອ້ລົມສົນທະນາກ່ຽວກັບເພີ່ມທະວີການເຊື່ອມຕໍ່ພາກພື້ນລະຫວ່າງ ສະຫະສະມາຄົມບັນດາປະເທດ ອາຊີຕາເວັນອອກສຽງໃຕ້ ( ອາຊຽນ) ແລະ ສະຫະພາບ ເອີລົບ ( ອີຢູ), ພ້ອມທັງກະກຽມ ໃຫ້ວຽກງານຈັດຕັ້ງກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - ອີຢູ ທີ່ຈະມາເຖິງ. ການໂອ້ລົມສົນທະນາ ໄດ້ຮັບການຈັດຕັ້ງຕາມຂໍລິເລີ່ມຂອງທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳສະຫະພາບ ເອີລົບ ຢູ່ແບນຊິກ ຟ້າມແຊງເຈົາ, ດ້ວຍຖານະ ຫວຽດນາມ ເປັນປະເທດປະສານການພົວພັນຄູ່ເຈລະຈາ ອາຊຽນ - ອີຢູ. ນະທີ່ນີ້, ເອກອັກຄະລັດຖະທູດບັນດາປະເທດ ອາຊຽນ ປະຈຳ ບຣຸກແຊນ ແລະ ບັນດາຜູ້ຕາງໜ້າ ອີຢູ ໄດ້ຕີລາຄາສູງຂໍ້ລິເລີ່ມຂອງ ຫວຽດນາມ ທີ່ຈັດຕັ້ງການໂອ້ລົມສົນທະນານີ້ ຍ້ອນວ່ານີ້ແມ່ນຄັ້ງທຳອິດ, ທີ່ບັນດາເອກອັກຄະລັດຖະທູດ ອາຊຽນ ປະຈຳ ອີຢູ ພ້ອມກັນປຶກສາຫາລືມາດຕະການເພີ່ມທະວີສາຍພົວພັນຮ່ວມມືລະຫວ່າງ 2 ອົງການ. ບັນດາຜູ້ແທນໄດ້ເປັນເອກະສັນຄວນດຳເນີນບັນດາມາດຕະການຍົກສູງປະສິດທິຜົນການຮ່ວມມືລະຫວ່າງ 2 ພາກພື້ນ ແລະ ເຫັນດີເປັນເອກະສັນໂດຍຖືວ່າ: ການພົວພັນຮ່ວມມືລະຫວ່າງ ອາຊຽນ - ອີຢູ ພວມມີບັນດາບາດກ້າວພັດທະນາອັນດີງາມ, ພິເສດແມ່ນໃນຂົງເຂດເສດຖະກິດ. ດ້ວຍຖານະແມ່ນປະເທດປະສານການພົວພັນຄູ່ເຈລະຈາ ອາຊຽນ - ອີຢູ, ທ່ານເອກອັກຄະລັດຖະທູດ ຟ້າມແຊງເຈົາ ເນັ້ນໜັກວ່າ: ບັນດາປະເທດ ອາຊຽນ ຄວນມານະພະຍາຍາມເພື່ອເພີ່ມທະວີການເຄື່ອນໄຫວເຊື່ອມຕໍ່ພາກພື້ນກ່ຽວກັບການປ້ອງກັນຄວາມສະຫງົບ, ເສດຖະກິດ, ການຄ້າ, ວັດທະນະທຳ, ສັງຄົມເພື່ອແນໃສ່ຊຸກຍູ້ການເຕີບໂຕ ແລະ ການລົງທຶນລະຫວ່າງ 2 ພາກພື້ນ, ມຸ່ງໄປເຖິງການສ້າງຕັ້ງເຂດການຄ້າເສລີ (FTA).