ອາທິດເຮັດວຽກທີ່ 3 ຂອງກອງປະຊຸມສະໄຫມ ສາມັນເທື່ອທີ 6 ສະພາແຫ່ງຊາດ ຫວຽດນາມຊຸດທີ 13
(ພາບ:nguyentandung.org)
(vovworld)- ວັນທີ 4/11, ໄດ້ເລີ່ມຕົ້ນອາທິດເຮັດວຽກທີ່ 3 ຂອງກອງປະຊຸມສະໄຫມສາມັນເທື່ອທີ 6 ສະພາແຫ່ງຊາດຫວຽດນາມຊຸດທີ 13. ໃນອາທິດເຮັດວຽກນີ້, ສະພາແຫ່ງຊາດຈະພິຈາລະນາ, ປຶກສາຫາລື ແລະ ໃຫ້ຄຳເຫັນໃສ່ບັນດາເນື້ອໃນສຳຄັນຄື: ຮ່າງກົດໝາຍວ່າດ້ວຍການປະກັນສຸຂະພາບສະບັບປັບປຸງ, ຮ່າງກົດໝາຍວ່າດ້ວຍການກໍ່ສ້າງສະບັບປັບປຸງ, ຮ່າງກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມສະບັບປັບປຸງ. ພິເສດ, ສະພາແຫ່ງຊາດສະຫງວນເວລາມື້ເຄິ່ງເພື່ອປຶກສາຫາລືກ່ຽວກັບຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ແລະ ຮ່າງກົດໝາຍວ່າດ້ວຍການທີ່ດິນສະບັບປັບປຸງ.
ຕອນເຊົ້າວັນທີ 4/11, ບັນດາ ສສຊ ເຮັດວຽກຢູ່ຫໍປະຊຸມເພື່ອຮັບຟັງບົດລາຍງານຂອງຄະນະປະຈຳສະພາແຫ່ງຊາດກ່ຽວກັບການ ອະພິປາຍ, ຮັບຟັງ, ປັບປຸງຮ່າງກົດໝາຍວ່າດ້ວຍການປະຕິບັດການປະຢັດ, ຕ້ານການຟຸກເຟືອຍສະບັບປັບປຸງ ແລະ ປຶກສາຫາລືບາງເນື້ອໃນທີ່ຍັງມີຄຳເຫັນແຕກຕ່າງກັນຂອງຮ່າງກົດໝາຍສະບັບນີ້. ໃນຕອນບ່າຍຂອງວັນດຽວກັນ, ບັນດາ ສສຊ ປຶກສາຫາລືຢູ່ໜ່ວຍກ່ຽວກັບການປັບປຸງ, ເພິ່ມເຕີມມະຕິເລກທີ 38 ຂອງສະພາແຫ່ງຊາດຫວຽດນາມ ຊຸດທີ 11 ກ່ຽວກັບແຜນນະໂຍບາຍລົງທຶນກໍ່ສ້າງເສັ້ນທາງໂຮ່ຈິມິນ ແລະ ປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍພາສີສະບັບປັບປຸງ.