ອາທິດເຮັດວຽກທີ 6, ກອງປະຊຸມສະໄໝສາມັນເທື່ອທີ 8 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 13
(ກອງປະຊຸມສະໄໝສາມັນເທື່ອທີ 8 ສະພາແຫ່ງຊາດຫວຽດນາມ ຊຸດທີ 13)
(vovworld) – ວັນທີ 24/11, ກ້າວເຂົ້າສູ່ອາທິດເຮັດວຽກທີ 6, ແລະ ກໍ່ແມ່ນອາທິດເຮັດວຽກສຸດທ້າຍຂອງກອງປະຊຸມສະໄໝສາມັນເທື່ອທີ 8 ສະພາແຫ່ງຊາດຫວຽດນາມ ຊຸດທີ 13.
ຕອນບ່າຍວັນທີ 24/11 ຢູ່ ຮ່າໂນ້ຍ, ສະພາແຫ່ງຊາດລົງຄະແນນສຽງຮັບຮອງເອົາກົດໝາຍວ່າດ້ວຍການຈັດຕັ້ງສານປະຊາຊົນ(ສະບັບປັບປຸງ), ກົດໝາຍວ່າດ້ວຍການຈັດຕັ້ງໄອຍະການປະຊາຊົນ (ສະບັບປັບປຸງ) ແລະ ບັນດາມະຕິປະຕິບັດກົດໝາຍເຫລົ່ານັ້ນ. ບັນດາສະມາຊິກສະພາແຫ່ງຊາດ ກໍປຶກສາຫາລື ກ່ຽວກັບເລື່ອງໃຫ້ສັດຕະຍາບັນສົນທິສັນຍາ ສປຊ ກ່ຽວກັບການທໍລະມານ ແລະ ບັນດາຮູບການປະພຶດຫລືປາບປາມລົງໂທດຢ່າງໂຫດຮ້າຍ, ໄຮ້ມະນຸດສະທຳຫລືເຮັດໃຫ້ເສຍກຽດສັກສີ ແລະ ກ່ຽວກັບການໃຫ້ສັດຕະຍາບັນສົນທິສັນຍາຂອງສປຊ ກ່ຽວກັບສິດຂອງຄົນພິການ.
ກ່ອນຫນ້ານັ້ນ, ຕອນເຊົ້າວັນດຽວກັນ,ສະພາແຫ່ງຊາດໄດ້ປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍອຳນາດການປົກຄອງທ້ອງຖິ່ນ; ເລື່ອງໃຫ້ສັດຕະຍາບັນຮັບຮອງເອົາສົນທະສັນຍາຂອງສະຫະປະຊາຊາດກ່ຽວກັບການຕ້ານການທໍລະມານ ແລະ ບັນດາຮູບການປະພຶດຕໍ່ ຫຼື ລົງໂທດຢ່າງໂຫດຮ້າຍສາມັນ, ໄຮ້ມະນຸດສະທຳ ຫຼື ທຳລາຍຊື່ສຽງ ແລະ ສົນທິສັນຍາກ່ຽວກັບສິດຂອງຄົນພິການ; ລົງມະຕິຮັບຮອງເອົາບັນດາກົດໝາຍວ່າດ້ວຍສານປະຊາຊົນ (ສະບັບປັບປຸງ); ກົດໝາຍວ່າດ້ວຍໄອຍະການປະຊາຊົນ (ສະບັບປັບປຸງ) ແລະ ມະຕິປະຕິບັດບັນດາກົດໝາຍດັ່ງກ່າວ.
ທີ່ວາລະອັດກອງປະຊຸມ, ສະພາແຫ່ງຊາດຈະລົງປະຊາມະຕິຮັບຮອງເອົາມະຕິປັບປຸງ, ເພີ່ມເຕີມບາງມາດຕາຂອງມະຕິເລກທີ 35 ຂອງສະພາແຫ່ງຊາດກ່ຽວກັບວິທີການປະຕິບັດການລົງຄະແນນສຽງໄວ້ວາງໃຈສຳລັບຜູ້ດຳລົງຕຳແໜ່ງໂດຍສະພາແຫ່ງຊາດ, ສະພາປະຊາຊົນເລືອກຕັ້ງຫລືໃຫ້ສັດຕະຍາບັນ; ມະຕິກ່ຽວກັບການຕິດຕາມຫົວເລື່ອງສະເພາະ; ມະຕິກ່ຽວກັບການປ່ຽນໃໝ່ລາຍການ, ຫຼັກສູດປື້ມຕຳລາສຶກສາສາມັນ.