ອານເຊຣີຕີລາຄາສູງບັນດາຜົນງານແຫ່ງການພັດທະນາຂອງຫວຽດນາມ
ທ່ານປະທານສະພາສູງ ອານເຊຣີ Abdelkader Bensalah ຕ້ອນຮັບທ່ານ ຫວູເທຫຽບ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອານເຊຣີ
ພາບ:vietnamnet
|
(vovworld)- ວັນທີ 20/7, ທ່ານປະທານສະພາສູງ ອານເຊຣີ Abdelkader Bensalah ໄດ້ໃຫ້ການຕ້ອນຮັບທ່ານ ຫວູເທຫຽບ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອານເຊຣີ ເຂົ້າຢ້ຽມອຳລາ ເນື່ອງໂອກາດສິ້ນສຸດປະຕິບັດຫນ້າທີ່ການທູດ ຢູ່ ອານເຊຣີ. ທີ່ການຕ້ອນຮັບ, ທ່ານປະທານສະພາສູງ ອານເຊຣີ ໄດ້ຢືນຢັນບັນດາຜົນສຳເລັດໃນການພັດທະນາເສດຖະກິດຂອງຫວຽດນາມ ແມ່ນແບບຢ່າງເພື່ອໃຫ້ ອານເຊຣີ ສາມາດຮ່ຳຮຽນເອົາບົດຮຽນໃນວິວັດການພັດທະນາປະເທດຊາດ ແລະ ເນັ້ນຫນັກວ່າ ອານເຊຣີ ຍາມໃດກໍປາດຖະຫນາຢາກຊຸກຍູ້ການພົວພັນຮ່ວມມືຫລາຍດ້ານກັບຫວຽດນາມ. ທ່ານ Abdelkader Bensalah ກໍເຊື່ອໝັ້ນວ່າ ໃນໄລຍະຈະມາເຖິງ, ບັນດາຂົງເຂດຮ່ວມມືລະຫວ່າງສອງປະເທດຈະສືບຕໍ່ໄດ້ຮັບການຊຸກຍູ້.
ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອານເຊຣີ ຫວູເທຫຽບ ໄດ້ຢືນຢັນວ່າ: ໃນໄລຍະຜ່ານມາ, ຫວຽດນາມ ແລະ ອານເຊຣີ ມີການເຄື່ອນໄຫວຫລາຍຢ່າງເພື່ອຊຸກຍູ້ການຮ່ວມມືລະຫວ່າງສອງປະເທດ. ຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຂົ້າອົກເຂົ້າໃຈລະຫວ່າງສອງປະເທດ ໄດ້ຮັບການເພີ່ມທະວີຜ່ານການຮັກສາ ແລະ ຍູ້ແຮງບັນດາການພົບປະ ແລະ ການແລກປ່ຽນຄະນະຜູ້ແທນລະຫວ່າງສອງປະເທດໃນທຸກຂັ້ນ, ການພົວພັນຂັ້ນລັດ, ສະພາແຫ່ງຊາດ ແລະ ພັກ. ການຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດ ໄດ້ມີບາດກ້າວຫັນປ່ຽນຢ່າງຕັ້ງຫນ້າ ດ້ວຍວົງເງິນການຄ້າສອງຝ່າຍເພີ່ມຂຶ້ນແຕ່ 132 ລ້ານ USD ໃນປີ 2012 ຂຶ້ນເຖິງ 250 ລ້ານ USD ໃນປີ 2014. ທ່ານເອກອັກຄະລັດຖະທູດ ຫວູເທຫຽບ ຖືວ່າ ດ້ວຍພື້ນຖານຂອງການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄວາມຕັດສິນໃຈດ້ານການເມືອງຂອງການນຳຂັ້ນສູງສອງປະເທດ, ໃນອະນາຄົດ, ບັນດາຂົງເຂດຮ່ວມມືລະຫວ່າງ ອານເຊຣີ ແລະ ຫວຽດນາມ ຈະພັດທະນາຢ່າງຈົບງາມກວ່າ.