ອາວຸດ ເຊິ່ງ ສປປ.ເກົາຫຼີ ຫາກໍທົດລອງ ບໍ່ມີລູກສອນໄຟນໍາວິຖີ

(VOVWORLD) -ວັນທີ 18 ເມສາ, ທ່ານ Pattrick Shanahan ຮັກສາການລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ ກ່າວວ່າ ເຫດທົດລອງອາວຸດ ເຊິ່ງ ສປປ.ເກົາຫຼີ ຫາກໍດໍາເນີນໃນຕອນເຊົ້າຂອງວັນດຽວກັນນັ້ນ ບໍ່ມີລູກສອນໄຟນໍາວິຖີ.
ອາວຸດ ເຊິ່ງ ສປປ.ເກົາຫຼີ ຫາກໍທົດລອງ ບໍ່ມີລູກສອນໄຟນໍາວິຖີ - ảnh 1ການນໍາ Kim Jong-un ກວດກາການຝຶກຊ້ອມ (ພາບ:TTXVN)

ທ່ານ Shanahan ໄດ້ຍົກອອກຄໍາຢືນຢັນດັ່ງກ່າວພາຍຫຼັງສື່ມວນຊົນ ສປປ.ເກົາຫຼີ ໃຫ້ຂ່າວ ກ່ຽວກັບການທົດລອງ “ອາວຸດນໍາທາງຍຸດທະສາດ” ປະເພດໃໝ່ ພາຍໃຕ້ການຕິດຕາມກວດກາຂອງການນໍາ Kim Jong-un 2 – 3 ຊົ່ວໂມງ. ກ່າວຄໍາເຫັນຕໍ່ບັນດານັກຂ່າວຢູ່ທໍານຽບ 5 ແຈ, ທ່ານ Shanahan ກໍກ່າວວ່າ ເຫດທົດລອງອາວຸດດັ່ງກ່າວ ບໍ່ເຮັດໃຫ້ ທັດສະນະ ຫຼື ບັນດາການກະທໍາຂອງ ອາເມລິກາ ກ່ຽວກັບບັນຫາ ສປປ.ເກົາຫຼີ ປ່ຽນແປງ.

        ເຫດທົດລອງ ອາວຸດປະເພດໃໝ່ ຂອງ ສປປ.ເກົາຫຼີ ຖືກ ວົງການນັກສັງເກດການຮັບຮູ້ ປຽບເໝືອນດັ່ງຄວາມມານະພະຍາຍາມ ເພື່ອໃຫ້ ພຽງຢາງ ຄິດໄລ່ຊັ່ງຊາທີ່ຕັ້ງບົດບາດໃນບັນດາການເຈລະຈາພວມຕົກເຂົ້າສູ່ສະພາບຈົນຕາແຈ ກັບ ວໍຊິງຕັນ ກ່ຽວກັບບັນຫາຍົກເລີກໂຄງການນິວເຄຼຍຂອງ ສປປ.ເກົາຫຼີ ເພື່ອປ່ຽນກັບການໄດ້ລົບລ້າງບັນດາຄໍາສັ່ງຂວໍ້າບາດ ໂດຍ ອາເມລິກາ ຈັດວາງໃຫ້ປະເທດອາຊີຕາເວັນອອກສ່ຽງເໜືອນີ້.

ຕອບກັບ

ຂ່າວ/ບົດ​ອື່ນ