ອາເມລິກາ ກ່າວເຕືອນທີ່ແຂງແກ່ນສຳລັບ IS
ລົດເກັງຄັນໜຶ່ງຂອງ IS ຖືກຍິງທຳລາຍ
(ພາບ: reuters )
(vovworld)- ປະທານາທິບໍດີອາເມລິກາ Barack Obama ໄດ້ໃຫ້ຄຳກ່າວເຕືອນທີ່ແຂງແກ່ນສຳລັບກຳລັງກະບົດສັງກັດອົງການລັດອິດສະລາມໂດຍຂະໜານນາມເອງ IS ວ່າ : ສຳພັນທະມິດສາກົນຈະດັບສູນ IS ຢ່າງສິ້ນເຊິ່ງ, ບໍ່ປະໃຫ້ກຸ່ມນີ້ມີບ່ອນລີ້ຊ້ອນຕົວ. ປະທານາທິບໍດີອາເມລິກາ Barack Obama ຢືນຢັນວ່າ ກຳລັງທະຫານປະສົມພວມຍາດໄຊຊະນະໃນການທຳລາຍກຳລັງສູ້ຮົບຂອງ IS ຢູ່ຊີຣີ ແລະ ອີຣັກ. ເຖິງວ່າຍັງບໍ່ທັນເຮັດໃຫ້ IS ຫຼຸດຜ່ອນການສົ່ງຜົນສະທ້ອນກໍຕາມ, ແຕ່ ປະທານາທິບໍດີອາເມລິກາ Barack Obama ຢືນຢັນວ່າ ສຳພັນທະມິດສາກົນ ພວມມຸ່ງໄປສູ່ຈຸດໝາຍໄລຍະຍາວແທນທີ່ປະຕິບັດການຍາດເອົາໄຊຊະນະເປັນຢ່າງໄວຄື IS ພວມປະຕິບັດ.