(vovworld) – ຖະແຫຼງການຂອງກະຊວງການຕ່າງປະເທດອາເມລິກາ ໃນວັນທີ 22/05 ຊີ້ແຈ້ງວ່າ, ຄວາມຕັດສິນໃຈສະໜັບສະໜູນຫວຽດນາມ ເຂົ້າຮ່ວມຂໍ້ລິເລີ່ມປ້ອງກັນຄວາມສະຫງົບຕ້ານການແຜ່ຂະຫຍາຍອາວຸດລ້າງຜານ (PSI) ໄດ້ພິສູດໃຫ້ເຫັນຄຳໝັ້ນສັຍຍາຢ່າງແຮງຂອງຫວຽດນາມ ສຳລັບການສະກັດກັ້ນການແຜ່ຂະຫຍາຍອາວຸດລ້າງຜານ (WMD), ເພີ່ມທະວີການປ້ອງກັນຄວາມສະຫງົບ ແລະ ຄວາມປອດໄພດ້ານການຄ້າທົ່ວໂລກ, ຊຸກຍູ້ພາກພື້ນອາຊີ - ປາຊີຟິກ ສັນຕິພາບ. ອາເມລິກາ ລໍຖ້າການຮ່ວມມືກັບຫວຽດນາມ ເພື່ອຊູກຍູ້ບັນດາຂໍ້ລິເລີ່ມຂອງ PSI ແລະ ຖະແຫຼງການກ່ຽວກັບການຫຼັກການສະກັດກັ້ນຂອງຂໍ້ລິເລີ່ມດັ່ງກ່າວ.