ອາເມລິກາ ຍົກອອກເງື່ອນໄຂໃຫ້ແກ່ການພົບປະຄັ້ງສຸດຍອດກັບ ສປປ ເກົາຫຼີ

(VOVWORLD) - ວັນທີ 8 ມີນາ, ທ່ານປະທານາທິບໍດີ Donald Trump ໄດ້ເຫັນດີຈະພົບປະກັບການນຳ Kim Jong – un ໃນເດືອນ ພຶດສະພາ ຈະມາເຖິງ,
 

ອາເມລິກາ ຍົກອອກເງື່ອນໄຂໃຫ້ແກ່ການພົບປະຄັ້ງສຸດຍອດກັບ ສປປ ເກົາຫຼີ - ảnh 1 ທ່ານປະທານາທິບໍດີ ອາເມລິກາ Donald Trump ເວົ້າເຖິງການພົບປະກັບການນຳ ສປປ ເກົາຫຼີ ຢູ່ Pennsylvania ໃນວັນທີ 11/3.

(ພາບ: AFP)

ທ່ານປະທານາທິບໍດີ ອາເມລິກາ Donald Trump ຈະພົບປະກັບການນຳ ສປປ ເກົາຫຼີ Kim Jong  - un ດ້ວຍເງື່ອນໄຂ ພຽງຢາງ ຮັກສາຄຳໝັ້ນໝາຍກ່ຽວກັບການປອດອາວຸດນິວເຄຼຍກໍ່ຄືຢຸດຕິບັນດາເຫດການຍິງທົດລອງລູກສອນໄຟ ແລະ ນິວເຄຼຍ. ຖະແຫຼງການນີ້ໂດຍໂຄສົກຂອງສະພາປ້ອງກັນຄວາມສະຫງົບແຫ່ງຊາດ ອາເມລິກາ ຍົກອອກມາໃນວັນທີ 11 ມີນາ.

ວັນທີ 8 ມີນາ, ທ່ານປະທານາທິບໍດີ Donald Trump ໄດ້ເຫັນດີຈະພົບປະກັບການນຳ Kim Jong – un ໃນເດືອນ ພຶດສະພາ ຈະມາເຖິງ, ພາຍຫຼັງ 1 ປີທີ່ເກີດຄວາມເຄັ່ງຕຶງກ່ຽວຂ້ອງເຖິງບັນດາເຫດທົດລອງນິວເຄຼຍ ແລະ ລູກສອນໄຟຂອງ ສປປ ເກົາຫຼີ. ນີ້ຈະແມ່ນການພົບປະຄັ້ງທຳອິດລະຫວ່າງທ່ານປະທານາທິບໍດີ ອາເມລິກາ ກັບ ການນຳ ສປປ ເກົາຫຼີ. ທ່ານປະທານາທິບໍດີ Donald Trump ສະແດງຄວາມເຊື່ອໝັ້ນວ່າ: ສປປ ເກົາຫຼີ ຢາກສ້າງສັນຕິພາບ, ພ້ອມທັງ ຄາດຄະເນວ່າ ການພົບປະທີ່ໄດ້ຮັບຄວາມເຫັນດີເຫັນພ້ອມລະຫວ່າງທ່ານ ແລະ ການນຳ Kim Jong – un ຈະບັນລຸຜົນສຳເລັດອັນໃຫຍ່ຫຼວງ.

ຕອບກັບ

ຂ່າວ/ບົດ​ອື່ນ