ອາເມລິກາ ຖືວ່າ ຈີນ ກໍ່ໃຫ້ເກີດຄວາມສັບສົນຢູ່ທະເລຕາເວັນອອກ

ອາເມລິກາ ຖືວ່າ ຈີນ ກໍ່ໃຫ້ເກີດຄວາມສັບສົນຢູ່ທະເລຕາເວັນອອກ - ảnh 1
ທ່ານ​ສະມາຊິກ​ສະພາ​ສູງ ອາ​ເມ​ລິ​ກາ Jim Webb

(vovworld) - ວັນ​ທີ 26/7, ທ່ານ​ສະມາຊິກ​ສະພາ​ສູງ ອາ​ເມ​ລິ​ກາ Jim Webb, ປະທານ​ອະນຸ​ກຳມະການ​ບັນດາ​ບັນຫາ​ຢູ່ ອາຊີ​ຕາ​ເວັນ​ອອກ - ປາ​ຊີ​ຟີ​ກ ສັງກັດ ກຳມາ​ທິການ​ການ​ຕ່າງປະ​ເທດ ສະພາ​ສູງ ອາ​ເມ​ລິ​ກາ ຖື​ວ່າ: ​ເລື່ອງ​ຈີນ ​ເປີດ​ກ້ວາງ​ການ​ທະຫານ ​ແລະ ຄຸ້ມ​ຄອງ​ບໍລິຫານ​ຢູ່​​ເຂດ​ທະ​ເລ​ຕາ​ເວັນ​ອອກ​ອາດ​ຈະ​ຖືກຖື​ວ່າ​ແມ່ນ​ການລະ​ເມີດ​ກົດໝາຍ​ສາກົນ. ກ່າວ​ຄຳ​ເຫັນ​ຕໍ່​ໜ້າສະພາ​ສູງ ອາ​ເມ​ລິ​ກາ, ທ່ານສະມາຊິກ​ສະພາ​ສູງ ອາ​ເມ​ລິ​ກາ Jim Webb ​ເວົ້າ​ວ່າ: ບັນດາ​ການ​ເຄື່ອນ​ໄຫວ​​ໃນ​ໄລຍະ​ມໍ່ໆ​ມາ​ນີ້​ຂອງ ຈີນ ​ແມ່ນ​ເພື່ອ​ແນ​ໃສ່​ທວງ​ເອົາ​ສິດຄຸ້ມ​ຄອງ​ບັນດາ​ເຂດ​ທີ່​ພວມ​​ເກີດການ​ພິພາດ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກພຽງ​ຝ່າຍ​ດຽວ ອາດ​ຖືກ​ຖື​ວ່າ​ແມ່ນ​ການລະ​ເມີດ​ກົດ​ໝາຍ​ສາກົນ. ທ່ານສະມາຊິກ​ສະພາ​ສູງ ອາ​ເມ​ລິ​ກາ Jim Webb ​ເລັ່ງລັດ​ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ​​ເຮັດ​ໃຫ້ສະພາບ​ການ​ນີ້​ໃຫ້​ກະຈ່າງແຈ້ງ ​ແລະ ລາຍ​ງານ​ຕໍ່​ສະພາ​ແຫ່ງ​ຊາດ ອາ​ເມ​ລິ​ກາ. . ຕາມ​ທ່ານ ສະມາຊິກ​ສະພາ​ສູງ ອາ​ເມ​ລິ​ກາ Jim Webb ​ແລ້ວ, ຈີນ ນັບ​ມື້​ນັບ​ມີ​ການ​ກະທຳ​​ເກາະ​ຜິດ​ຫຼາຍ​ຂຶ້ນ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ສະ​ແດງອອກ​ຢູ່​ບ່ອນ​ວ່າ: ວັນ​ທີ 21/6 ຜ່ານ​ມາ, ຈີນ​ໄດ້​​ໃຫ້​ສັດຕະຍາບັນ​ເລື່ອງ​ສ້າງ​ຕັ້ງ​ອັນ​ທີ່​ເອີ້ນ​ວ່າ “ນະ​ຄອນ ຊານ​ຊາ”, ​ແມ່ນ​ການ​ກະທຳ​ພຽງຝ່າຍ​ດຽວ ​ເຊິ່ງ​ເປັນ​ສິ່ງ​ບໍ່​ເຄີຍມີ​ໃນຄະນະ​ລັດຖະບານ​ໃດ​ໃນ​​ໂລກ ຍ້ອນ​ວ່າ: ນະຄອນ ​ເຊິ່ງຈີນ​ ຫາ​ກໍປະກາດ​ສ້າງ​ຕັ້ງນັ້ນ ຈະ​ຄຸ້ມ​ຄອງ​ເກາະດອນກ່ວາ 200 ​ແຫ່ງ. ສຳນັກງານຂອງ​ນະຄອນ​ນີ້ ໄດ້​ຕັ້ງ​ຢູ່​ໝູ່​ເກາະ ຮ່ວາງ​ຊາ, ​ເຊິ່ງຫວຽດນາມ ​ໄດ້​ຖະ​ແຫຼ​ງ​ອະທິປະ​ໄຕ, ໝູ່​ເກາະ​ດັ່ງກ່າວ​ນອນ​​ໃນ​ເຂດ​ເສດຖະກິດ​ພິ​ເສດ​ຂອງ​ຫວຽດນາມ. ​ເມື່ອວິ​ເຄາະ​ຢູ່​ສະພາ​ສູງ ອາ​ເມ​ລິ​ກາ, ທ່ານ ສະມາຊິກ​ສະພາ​ສູງ ອາ​ເມ​ລິ​ກາ Jim Webb ຖື​ວ່າ: ຈີນ ປະຕິ​ເສດ​ການ​ແກ້​ໄຂ​ບັນຫາ​ພິພາດ​ກັນ​ຢູ່​ເວທີ​ປາ​ໄສ​ຫຼາຍ​ຝ່າຍ ​ແມ່ນ​ຍ້ອນ​ວ່າ ຖ້າ​ຫາກ​ແກ​້​ໄຂ 2 ຝ່າຍ ຈີນ ສາມາດບີບ​ບັງຄັບ ບໍ່​ວ່າ​ປະ​ເທດ​ໃດ​ໃນ​ພາກ​ພື້ນ, ຕາມ​ທ່ານສະມາຊິກ​ສະພາ​ສູງ ອາ​ເມ​ລິ​ກາ Jim Webb ​ແລ້ວ, ນີ້​ອາດ​ຈະ​ແມ່ນ​ການລະ​ເມີດ​ກົດ​ໝາຍສາກົນ, ​ໄປ​ຝືນ​ກັບ​ຖະ​ແຫຼ​ງການ​ຂອງ ຈີນ​ແມ່ນ ພ້ອມ​ແລ້ວ​ທີ່ຈະ​ຮ່ວມ​ມື​ກັບ ອາ​ຊຽນ ​ເພື່ອ​ສ້າງ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ປະ​ພຶດ (ຫຼື COC).

ຂ່າວ/ບົດ​ອື່ນ