ອາເມລິກາ “ປະເອີບໃຈ” ກ່ຽວກັບຄວາມສາມາດບັນລຸໄດ້ຂໍ້ຕົກລົງດ້ານການຄ້າກັບຈີນ

(VOVWORLD) -ເມື່ອຕອບສຳພາດຕໍ່ຊ່ອງໂທລະພາບ Fox New ໃນວັນທີ 07 ພະຈິກ, ທ່ານນາງ Stephanie Grisham ໃຫ້ຮູ້ວ່າ, ບໍ່ສາມາດເວົ້າໄປກ່ອນກ່ຽວກັບບັນດາການເຈລະຈາກັບຈີນ, ແຕ່ອາເມລິກາ ມີຄວາມປະເອີບໃຈຕໍ່ຄວາມສາມາດບັນລຸໄດ້ຂໍ້ຕົກລົງໂດຍໄວ.

ຂໍ້ສັງເກດດັ່ງກ່າວຖືກຍົກອອກມາພາຍຫຼັງທີ່ມີຂ່າວວ່າ ຈີນ ແລະ ອາເມລິກາ ໄດ້ເຫັນດີຍົກເລີກພາສີ ທີ່ໄດ້ຈັດວາງຕໍ່ສິນຄ້າຂອງກັນເມື່ອກ່ອນນີ້, ຖ້າຫາກ 2 ຝ່າຍບັນລຸໄດ້ຂໍ້ຕົກລົງ. ບັນດານັກເຈລະຈາຈີນ ປາດຖະໜາວ່າ ອາເມລິກາ ຈະຫຼຸດພາສີລົງ 15% ສຳລັບຈຳນວນສິນຄ້າຂອງຈີນ ທີ່ມີມູນຄ່າປະມານ 125 ຕື້ USD ທີ່ມີຜົນສັກສິດນັບແຕ່ວັນທີ 01 ກັນຍາ. ປັກກິງ ກໍ່ພວມມານະພະຍາຍາມຫຼຸດລະດັບພາສີ 25% ກ່ອນໜ້ານັ້ນສຳລັບສິນຄ້າທີ່ເປັນເຄື່ອງຈັກ ແລະ ເຄິ່ງຊັກນຳໄຟຟ້າທີ່ນຳເຂົ້າຈາກອາເມລິກາ ເຊິ່ມມີມູນຄ່າ 250 ຕື້ USD.

        ແລະກໍ່ໃນວັນດຽວກັນ, ໂຄສົກກະຊວງອຸດສາຫະກຳການຄ້າຈີນ ກາວເຟິງ ໃຫ້ຮູ້ວ່າ, ໃນເວລາ 2 ອາທິດຜ່ານມາ, ຈີນ ແລະ ອາເມລິກາ ໄດ້ເຫັນດີຈະຍົກເລີກພາສີທີ່ຈັດວາງໃນສົງຄາມການຄ້າ ທີ່ແກ່ຍາວເປັນເວລາຫຼາຍເດືອນຜ່ານມາລະຫວ່າງ 2 ປະເທດຕາມແຕ່ລະໄລຍະ. ຕາມທ່ານ ກາວເຟິງ ແລ້ວ, ຈີນ ແລະ ອາເມລິກາ ພວມຍົກເລີກພາສີບາງປະເພດສຳລັບສິນຄ້າຂອງແຕ່ລະຝ່າຍ ເພື່ອບັນລຸໄດ້ຂໍ້ຕົກລົງດ້ານການຄ້າໄລຍະ 1.

ຕອບກັບ

ຂ່າວ/ບົດ​ອື່ນ