ອາເມລິກາ, ຟີລິບປິນ ບັນລຸໄດ້ຂໍ້ຕົກລົງ ກ່ຽວກັບການສ້າງຕັ້ງ ຮາກຖານການທະຫານ
(ພາບ: .AP)
(vovworld)- ວັນທີ 14/3, ອາເມລິກາ ແລະ ຟີລິບປິນ ບັນລຸໄດ້ຂໍ້ຕົກລົງໂດຍສັງເຂບກ່ຽວກັບເລື່ອງມານີລາ ອະນຸຍາດໃຫ້ວໍຊິງຕັນ ສ້າງຕັ້ງຮາກຖານການທະຫານ ໃນບັນດາຖານທີ່ໝັ້ນຂອງຟີລິບປິນ. ກ່າວຄຳເຫັນທີ່ການປະຊຸມຂ່າວທີ່ມານີລາ, ທ່ານ Pio Lorenzo Batino ຮອງລັດຖະມົນຕີກະຊວງປ້ອງກັນປະເທດຟີລິບປິນ ໃຫ້ຮູ້ວ່າ: ມາຮອດຈຸດເວລານີ້, ອາດເວົ້າໄດ້ວ່າ, ບັນດານັກເຈລະຈາ ອາເມລິກາ ແລະ ຟີລິບປິນ ບັນລຸໄດ້ຄວາມເຫັນດີເຫັນພ້ອມສູງກ່ຽວກັບການສ້າງຕັ້ງບັນດາຮາກຖານຂອງອາເມລິກາ ໃນບັນດາຖານທີ່ໝັ້ນຂອງຟິລິບປິນ. ແທນໃຫ້ນັ້ນ, ຟີລິບປິນໄດ້ອະນຸຍາດສຳພັດກັບບັນດາຮານຖານການທະຫານຂອງອາເມລິກາ. ນີ້ແມ່ນສ່ວນໜຶ່ງຂອງສັນຍາເພີ່ມທະວີການຮ່ວມມືປ້ອງກັນຄວາມສະງຫົບສະບັບໃໝ່ ຊື່ງສອງປະເທດເລີ່ມເຈລະຈາເມື່ອເດືອນ 8/2013. ຕາມແຜນການ, ສັນຍາດັ່ງກ່າວອາດຈະສ້າງສຳເລັດໃນຮອບເຈລະຈາທີ່ຄາດວ່າຈະຈັດຂຶ້ນໃນທ້າຍເດືອນ 3/2014 ນີ້ ແລະ ອາດຈະໄດ້ຮັບການລົງນາມຢ່າງເປັນທາງການໃນການຢ້ຽມຢາມຟີລິບປິນ ຂອງປະທານາທິບໍດີອາເມລິກາ Barack Obama ໃນເດືອນ 4/2014 ຈະມາເຖິງນີ້./.