ພາບປະກອບ: internet
|
(vovworld) - ໃນຂະນະທີ່ທຳນຽບຂາວ ແລະ ບັນດາການນຳພັກສາທາລະນະລັດ ຢູ່ ສະພາແຫ່ງຊາດ ຍັງຄົງຈົນຕະແຈໃນບັນດານະໂຍບາຍດ້ານອາກອນ ແລະ ການເງິນ, ມີອົງການຫນຶ່ງຂອງ ອາເມລິກາ ໄດ້ປະກາດບົດລາຍງານກ່າວເຕືອນລັດຖະບານສະຫະລັດອາເມລິກາ ມີໄພຂາດງົບປະມານຖ້າຫາກສະພາແຫ່ງຊາດບໍ່ອະນຸຍາດຍົກລະດັບເພດານກູ້ຢືມແຫ່ງຊາດ. ຕາມບົດລາຍງານປະກາດໃນວັນທີ 27/11, ຮອດທ້າຍອາທິດກ່ອນ, ຍອດບ້ວງຫນີ້ຂອງ ອາເມລິກາ ແມ່ນ 16.268 ຕື້ USD ໃນຂະນະທີ່ລະດັບຫນີ້ສູງສຸດເຊິ່ງສະພາແຫ່ງຊາດ ອະນຸຍາດແມ່ນ 16.394 ຕື້ USD. ຕາມການຄາດຄະເນຂອງກະຊວງການເງິນແລ້ວ, ລາຍຈາ່ຍຂອງລັດຖະບານສະຫະລັດ ອາດຈະບັນລຸລະດັບຫນີ້ສິນສູງສຸດໃນທ້າຍປີ 2012. ຖ້າຫາກສະພາແຫ່ງຊາດ ບໍ່ຍົກລະດັບເພດານຫນີ້ສິນໂດຍໄວ ຫລື ບໍ່ມີມາດຕະການພິເສດ ຮອດຕົ້ນປີ 2013, ລັດຖະບານສະຫະລັດ ຈະຕົກເຂົ້າສູ່ສະພາບຂາດງົບປະມານເພື່ອໃຊ້ຈາ່ຍ.