ອາເມລິກາ ແລະ ຈີນ ອາດຈະບັນລຸໄດ້ຂໍ້ຕົກລົງການຄ້າ ທີ່ດີໃນໄລຍະສັ້ນ

(VOVWORLD) -
ອາເມລິກາ ແລະ ຈີນ ອາດຈະບັນລຸໄດ້ຂໍ້ຕົກລົງການຄ້າ ທີ່ດີໃນໄລຍະສັ້ນ - ảnh 1 ທ່ານລັດຖະມົນຕີກະຊວງການຄ້າ ອາເມລິກາ Wilbur Ross (ພາບ:AFP/TTXVN)

ວັນທີ 7 ມັງກອນ, ທ່ານລັດຖະມົນຕີກະຊວງການຄ້າ ອາເມລິກາ Wilbur Ross ໃຫ້ຮູ້ວ່າ ປະເທດນີ້ ແລະ ຈີນ ອາດຈະບັນລຸໄດ້ຂໍ້ຕົກລົງທີ່ດີ ເຊິ່ງກ່ຽວຂ້ອງເຖິງບັນດາບັນຫາການຄ້າໃນສະເພາະໜ້າ, ໃນຂະນະທີ່ຂໍ້ຕົກລົງສະບັບໜຶ່ງກ່ຽວກັບບັນດາບັນຫາໂຄງປະກອບດ້ານການຄ້າ ແລະ ເລື່ອງປະຕິບັດ ຈະ “ປະສົບກັບຄວາມຫຍຸ້ງຍາກກວ່າ”. ເມື່ອຕອບສໍາພາດຕໍ່່ຊ່ອງໂທລະພາບ CNBC, ທ່ານ Ross  ຖືວ່າ ການເຈລະຈາຢູ່ ປັກກິ່ງ ໄດ້ຈັດຕັ້ງຢູ່ລະດັບເໝາະສົມ ແລະຈະຊ່ວຍກໍານົດບັນດາຄວາມບໍ່ລົງລອຍກັນດ້ານການຄ້າ ລະຫວ່າງສອງພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກນີ້ ອາດຈະໄດ້ຮັບການແກ້ໄຂຜ່ານການເຈລະຈາຫຼືບໍ. ຄໍາກ່າວປາໄສດັ່ງກ່າວ ໄດ້ຍົກອອກມາໃນສະພາບການທີ່ ໃນວັນດຽວກັນ, ຈີນ ແລະ ອາເມລິກາ ໄດ້ດໍາເນີນການເຈລະຈາຄືນໃໝ່ ເພື່ອຢຸດຕິສະພາບເຄັ່ງຕຶງດ້ານການຄ້າ ທີ່ໄດ້ແກ່ຍາວໃນຕະຫຼອດຫຼາຍເດືອນຜ່ານມາ.

        ແລະກໍໃນວັນດຽວກັນ, ທ່ານ Lawrence J.Lau ສາດສະດາຈານເສດຖະກິດ ສັງກັດມະຫາວິທະຍາໄລ ຮົ່ງກົງ  (ຈີນ) ຖືວ່າ ປັກກິ່ງ ແລະ ວໍຊິງຕັນ ຈະບັນລຸໄດ້ຂໍ້ຕົກລົງການຄ້າ “ລະອຽດ” ເພື່ອຫຼຸດຜ່ອນສະພາບການຄວາມເຄັ່ງຕຶງດ້ານການຄ້າ ທີ່ປີນຂັ້ນໄດ ກ່ອນກໍານົດເວລາສຸດທ້າຍ ໃນເດືອນ ມີນາ ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ