ອາເມລິກາ ແລະ ສປປ.ເກົາຫຼີ ປະຊຸມຂັ້ນນັກວິຊາການ

(VOVWORLD) - ວັນທີ 1 ກໍລະກົດ, ອາເມລິກາ ແລະ ສປປ.ເກົາຫຼີ ດຳເນີນການເຈລະຈາຂັ້ນນັກວິຊາການຢູ່ບ້ານຢຸດຮົບ ປານມູນຈອມ ນອນໃນເຂດປອດທະຫານລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ.

ການປຶກສາຫາລືໄດ້ດຳເນີນ ເພື່ອແນໃສ່ກະກຽມແຜນການດຳເນີນງານໃຫ້ການຢ້ຽມຢາມ ສປປ.ເກົາຫຼີ ຂອງທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ໃນໄລຍະ ຈະມາເຖິງ. ເຂົ້າຮ່ວມກອງປະຊຸມປຶກສາຫາລື, ຝ່າຍ ສປປ.ເກົາຫຼີ ໂດຍທ່່ານຮອງລັດຖະມົນຕີການຕ່າງປະເທດ Choe Son Hui ເປັນຫົວໜ້າຄະນະ ໃນຂະນະນັ້ນ ທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຟີລິບປີນ Sung Kim ເປັນຫົວໜ້າຄະນະຝ່າຍ ອາເມລິກາ.

        ທີ່ກອງປະຊຸມສຸດຍອດລະຫວ່າງ ອາເມລິກາ ແລະ ສປປ.ເກົາຫຼີ ຄັ້ງປະຫວັດສາດຢູ່ ສິງກະໂປ ເມື່ອວັນທີ 12 ມິຖຸນາ ຜ່ານມາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ການນຳ ສປປ.ເກົາຫຼີ Kim Jong-un ໄດ້ເຫັນດີເປັນເອກະພາບໃຫ້ຄຳໝັ້ນສັນຍາປອດນິວເຄຼຍແຫຼມເກົາຫຼີຢ່າງສີ້ນເຊີງ ແນໃສ່ແລກເອົາເລື່ອງຮັບປະກັນຄວາມໝັ້ນຄົງ.

ຕອບກັບ

ຂ່າວ/ບົດ​ອື່ນ