(vovworld) – ກອງທັບ ອາເມລິກາ ໄດ້ກຽມພ້ອມ ແລະ ຍັງລໍຖ້າຄຳສັ່ງຂອງທ່ານປະທານາທິບໍດີ Barack Obama ເພື່ອຜັນຂະຫຍາຍບັ້ນບຸກໂຈມຕີທາງອາກາດແນໃສ່ກຳລັງລັດອິດສະລາມ (IS) ໃນຜືນແຜ່ນດິນ ຊີຣີ. ໃນການອະພິປາຍ ຢູ່ຄະນະກຳມາທິການກຳລັງກອງທັບ ສະພາຕ່ຳ ອາເມລິກາ ໃນຕອນເຊົ້າວັນທີ 19/9, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ Chuck Hagel ໃຫ້ຮູ້ວ່າ, ທ່ານ ແລະ ປະທານສະພາເສນາທິການໃຫຍ່ກຳລັງທະຫານປະສົມ ອາເມລິກາ Martin Dempsey ໄດ້ອະນຸມັດຜ່ານແຜນການບຸກໂຈມຕີທາງອາກາດ ແນໃສ່ກຸ່ມລັດອິດສະລາມ ຢູ່ ຊີຣີ. ບັນຊີລາຍຊື່ບັນດາເປົ້າໝາຍບຸກໂຈມຕີຈະໄດ້ຍື່ນສະເໜີຕໍ່ປະທານາທິບໍດີ Barack Obama ເພື່ອພິຈາລະນາ ແລະ ໃຫ້ສັດຕະຍາບັນ.
ທ່ານລັດຖະມົນຕີ Chuck Hagel ກໍ່ຢືນຢັນວ່າ: ອາເມລິກາ ຈະບໍ່ສົມທົບ ຫຼື ຮ່ວມມືກັບອຳນາດການປົກຄອງຂອງທ່ານປະທານາທິບໍດີ Bashar Al Assad ເຊິ່ງແທນທີຈະຝຶກອົບຮົມ ແລະ ປະກອບອາວຸດໃຫ້ຝ່າຍຄ້ານໃນການຕ້ານກຸ່ມລັດອະດສະລາມ ຢູ່ ຊີຣີ.