ອາເມລິກາຄັດຄ້ານຈີນຈຳກັດການຫາປາຢູ່ທະເລຕາເວັນອອກ

ອາເມລິກາຄັດຄ້ານຈີນຈຳກັດການຫາປາຢູ່ທະເລຕາເວັນອອກ - ảnh 1
ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ  ອາ​ເມ​ລິ​ກາ ທ່າ​ນນາງ Jen Psaki
(ພາບປະກອບ)

(vovworld) - ວັນ​ທີ 9/1, ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ​ໄດ້​ອອກສຽງ​ຄັດຄ້ານ​ເລື່ອງ ຈີນ ຈັດ​ວາງ​ບັນດາ​ມາດ​ຕະການ​ຈຳ​ກັດ​ການ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ແຕ່​ວັນ​ທີ 1/1/2014 ຢ່າງ​ເປັນ​ທາ​ງການ, ຖື​ວ່າ​ການ​ກະທຳ​ນີ້​ມີ​ລັກສະນະ​ເກາະ​ຜິດ ​ແລະ ​ແມ່ນ​ການ​ກະທຳ​ອັນຕະລາຍ.

        ກ່າວ​ຄຳ​ເຫັນ​ໃນ​ການ​ປະຊຸມ​ຂ່າວ​ຢູ່​ສຳນັກງານ​ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ  ອາ​ເມ​ລິ​ກາ ທ່າ​ນນາງ Jen Psaki ​ເນັ້ນ​ໜັກ​ວ່າ: ຈີນ ບໍ່​​ໄດ້​ຍົກ​ອອກ​​ຄຳ​ອະທິບາຍ​ໃດໆ ຫຼື ພື້ນຖານ​ກົດໝາຍ​ສາກົນ​ໃດໆ​ໃຫ້​ບັນດາຄຳ​ຮຽກ​ສິດ​ເປີດ​ກ້ວາງ​ນີ້.

        ກະຊວງ​ການ​ຕ່າງປະ​ເທ​ດ ອາ​ເມ​ລິ​ກາ ​ໄດ້​ຍົກ​ອອກ​ບັນດາ​ຄຳ​ຄັດຄ້ານ​ດັ່ງ​ກ່າວ​ເມື່ອ​ທ້າຍ​ເດືອນ 11 ປີ​ກາຍພາຍຫຼັງ​ທີ່​ອົງການ​ລັດຖະບັນຍັດ​ແຂວງ ​ໄຮ​ໜານ ​​ໄດ້​ຮັບຮອງ​ເອົາບັນດາ​ຂໍ້​ກຳນົດທີ່​ມີ​ຜົນ​ສັດ​ສິດ​ນັບ​ແຕ່​ວັນ​ທີ 1/1/2014 ​ໂດຍຮຽກຮ້ອງ​ໃຫ້ບັນ​ດາ​ກຳ​ປັ່ນ​ຫາ​ປາຂອງ​ຕ່າງປະ​ເທດ​ຕ້ອງ​ຂໍ​ອະນຸຍາດຈາກ​ອຳນາດ​ການ​ປົກຄອງ​ແຂວງ ​ໄຮ​ໜານ ກ່ອນ​ທີ່​ດຳ​ເນີນ​ການ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ບ່ອນ​ທີ່ ຈີນ ກຳນົດ​ພຽງ​ຝ່າຍ​ດຽວ​ວ່າ​ແມ່ນ​ເຂດ​ຄຸ້ມ​ຄອງ​ບໍລິຫານ​ໃໝ່​ຂອງ​ແຂວງ ​ໄຮ​ໜານ.

ຂ່າວ/ບົດ​ອື່ນ