ອາເມລິກາຈະສະໜອງອາວຸດໃຫ້ບັນດາກົກເຫຼົ່າຊາວຊັນນີຢູ່ອີຣັກ ແນໃສ່ຕ້ານ IS
(vovworld)- ທຳນຽບ 5ແຈມີແຜນການສະໜອງອາວຸດໃຫ້ບັນດາກົກເຫຼົ່າຊາວມຸດສະລິມນິກາຍຊັນນີຢູ່ອີຣັກແນໃສ່ໜູນຊ່ວຍການສູ້ຮົບຢູ່ແຂວງ ອານບາ ຕ້ານລັດອິດສະລາມ IS ໂດຍຂະໜານນາມເອງ. ການກະທຳດັ່ງກ່າວໄດ້ສະແດງໃຫ້ເຫັນວ່າ ທຳນຽບ 5 ແຈໄດ້ຕີລາຄາສູງບົດບາດສຳຄັນຂອງບັນດາກົກເຫຼົ່າຊາວຊັນນີຢູ່ ອານບາໃນຍຸດທະສາດຍູ້ IS ໃຫ້ຖອຍໄປ. ຄາດວ່າຄ່າໃຊ້ຈາຍໃຫ້ແກ່ວຽກງານດັ່ງກ່າວແມ່ນ 21,1 ລ້ານ USD . ຕາມທຳນຽບ 5 ແຈແລ້ວ, ເລື່ອງບໍ່ໍໜູນຊ່ວຍໃຫ້ແກ່ ບັນດາກົກເຫຼົ່າຊາວຊັນນີ ຈະເຮັດໃຫ້ບັນດາກົກເຫຼົ່າທີ່ມີແນວຄິດຕ້ານ IS ບໍ່ຕັ້ງໜ້າເຂົ້າຮ່ວມການດັບສູນ IS .