ອາເມລິກາຊ່ວຍເຫຼືອອຸປະກອນການແພດໃຫ້ແກ່ລາວ ເພື່ອຮັບມືກັບເຊື້ອພະຍາດ nCoV
(VOVWORLD) -ວັນທີ 10 ກຸມພາ, ລັດຖະບານອາເມລິກາໃຫ້ຮູ້ວ່າ ໄດ້ສະໜອງບັນດາອຸປະກອນການແພດ ໃຫ້ແກ່ລາວ ໃນການຊ່ວຍເຫຼືອຄັ້ງທຳອິດຂອງອາເມລິກາ ພາຍຫຼັງ ວໍຊິງຕັນ ໃຫ້ຄຳໝັ້ນສັນຍາ ໜູນຊ່ວຍ 100 ລ້ານ USD ໃຫ້ແກ່ບັນດາປະເທດທີ່ປ້ອງກັນ ແລະ ຕ້ານເຊື້ອພະຍາດ 2019 nCoV.
ແຂກທ່ອງທ່ຽວໃສ່ຜ້າອັດປາກ ຢູ່ຮົ່ງກົງ, ປະເທດຈີນ (ພາກ: TTXVN) |
ກ່ອນໜ້ານັ້ນ, ທ່ານ Mike Pompeo ລັດຖະມົນຕີກະຊວງການຕ່າງປະເທດອາເມລິກາ ໄດ້ປະກາດວ່າ ລັດຖະບານປະເທດນີ້ຈະຊ່ວຍເຫຼືອ 100 ລ້ານ USD ໃຫ້ແກ່ຈີນ ແລະ ບັນດາປະເທດທີ່ຖືກຜົນສະທ້ອນຈາກເຊື້ອພະຍາດດັ່ງກ່າວ.