ພາບປະກອບ:internet
|
(vovworld)-ວັນທີ 15/10, ບັນດາຜູ້ໃຫ້ຄຳປຶກສາການທະຫານອາເມລິກາ ໄດ້ເດີນທາງເຖິງ ອີຣັກ ເພື່ອອົບຮົມກຳລັງປ້ອງກັນຄວາມສະຫງົບຂອງປະເທດນີ້ ໃນສະພາວະກຳລັງດັ່ງກ່າວ ສືບຕໍ່ປະເຊີນຫນ້າກັບບັນດາຄວາມຫຍຸ້ງຍາກໃນສົງຄາມຕ້ານຄືນ ລັດອິດສະລາມ IS . ວົງການເຈົ້າຫນ້າທີ່ ອີຣັກ ໃຫ້ຮູ້ວ່າ ມີຜູ້ໃຫ້ຄຳປຶກສາອາເມລິກາ 100 ຄົນ ໄດ້ເດີນທາງເຖິງຖານທີ່ໝັ້ນກອງທັບອາກາດ 2 ແຫ່ງ ຢູ່ ແຂວງ Anbar ພາກຕາເວັນຕົກປະເທດນີ້. ບັນດາຜູ້ໃຫ້ຄຳປຶກສາ ອາເມລິກາ ຈະອົບຮົມ ແລະ ບຳລຸງສ້າງໃຫ້ບັນດາກຳລັງປ້ອງກັນຄວາມສະຫງົບຂອງອີຣັກ, ໃນນັ້ນ ມີຕຳຫລວດ ແລະ ບັນດາມືປືນຂອງກົກເຫລົ່າສະຫນັບສະຫນູນລັດຖະບານ ໃນບັ້ນຮົບຕ້ານ IS ຢູ່ບັນດານະຄອນ ແລະ ເທດສະບານ ທີ່ຖືກ IS ຢືດຄອງ ຢູ່ ແຂວງ Anbar.
ແລະ ກໍໃນວັນດຽວກັນ, ຫົວຫນ້າອົງການກວດກາຕຳຫລວດ ມາເລເຊຍ ທ່ານ Khalid Abu Bakar ໃຫ້ຮູ້ວ່າ: ມີຊາວ ມາເລເຊຍ 13 ຄົນ ຖືກສົງໃສວ່າ ມີສ່ວນກ່ຽວຂ້ອງເຖິງກຸ່ມຫົວຮຸນແຮງ ລັດອິດສະລາມ IS ອີຣັກ ຖືກຈັບຕົວ.