(vovworld)- ວັນທີ 22/5 ຢູ່ນະຄອນຫຼວງ Washington, ອາເມລິກາ ແລະ ຫວຽດນາມ ໄດ້ອອກຖະແຫຼງການຮ່ວມ ກ່ຽວກັບການພົວພັນຄູ່ຮ່ວມມື ຕ້ານການປ່ຽນແປງຂອງດີນຟ້າອາກາດ. ແຈ້ງການຕໍ່ສື່ມວນຊົນ ຂອງກະຊວງການຕ່າງປະເທດອາເມລິກາ ໃຫ້ຮູ້ວ່າ: ກະຊວງການຕ່າງປະເທດອາເມລິກາ ຕ່າງໜ້າໃຫ້ລັດຖະບານປະເທດນີ້ ແລະ ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມຫວຽດນາມ ຕາງໜ້າໃຫ້ລັດຖະບານຫວຽດນາມ ໄດ້ຮັບຮອງເອົາຖະແຫຼງການຮ່ວມ ກ່ຽວກັບການພົວພັນຄູ່ຮ່ວມມື ຕ້ານການປ່ຽນແປງຂອງດີນຟ້າອາກາດ, ໃນນັ້ນ ເຫັນດີເປັນເອກະພາບ ກ່ຽວກັບຄວາມຈຳເປັນຕ້ອງຮັບມື ກັບສະພາບການປ່ຽນແປງຂອງດີນຟ້າອາກາດ ໃນຂອບເຂດທົ່ວໂລກ. ຖະແຫຼງການເໜັ້ນນັກວ່າ ອາເມລິກາ ແລະ ຫວຽດນາມ ຈະສົບທົບກັນ ເພື່ອປະຕິບັດຂໍ້ຕົກລົງ Paris ຄືດັ່ງສ່ວນໜຶ່ງໃນຄວາມມານະພະຍາຍາມລວມ ຂອງປະຊາຄົມສາກົນ ກ່ຽວກັບການຕ້ານການປ່ຽນແປງຂອງດີນຟ້າອາກາດ. ຖະແຫຼງການຢັ້ງຢືນວ່າ ອາເມລິກາຈະສະໜັບສະໜູນແຜນການດຳເນີນງານການເຕີບໂຕຂຽວ ຂອງຫວຽດນາມ. ອາເມລິກາ ໃຫ້ຄຳໝັ້ນສັນຍາສະໜັບສະໜູນ ຫວຽດນາມ ເພີ່ມທະວີຄວາມສາມາດຕ້ານຮັບມື ແລະ ຫຼຸດຜ່ອນ ບັນດາຜົນເສຍຫາຍທີ່ເກີດຈາກ ສະພາບການປ່ຽນແປງຂອງດີນຟ້າອາກາດ ຢູ່ ເຂດທົ່ງພຽງແມ່ນນ້ຳຂອງ ແລະ ເຂດທົ່ງພຽງແມ່ນ້ຳແດງ ຜ່ານການຮ່ວມມືສອງຝ່າຍ ແລະ ພາກພື້ນ.