ອາເມລິກາອາດຈະເນລະເທດນັກການທູດລັດເຊຍຕື່ມອີກ 28 ຄົນ.

(VOVWORLD) -ທ່ານອານາໂຕລີ ອານໂຕໂນບ ເອກອັກຄະລັດຖະທູດລັດເຊຍປະຈຳອາເມລິກາໃຫ້ຮູ້ວ່າ ນັກການທູດ 27 ຄົນຂອງລັດເຊຍໄດ້ຮັບແຈ້ງການຕ້ອງອອກຈາກອາເມລິກາໃນທ້າຍເດືອນມັງກອນປີ 2022 ເຊິ່ງໄດ້ຖືກນາບຂູ່ຈະຖືກຈັບຕົວຖ້າຫາກເຂົາເຈົ້າຢູ່ ອາເມລິກາຕື່ມອີກໜຶ່ງວັນ
    ອາເມລິກາອາດຈະເນລະເທດນັກການທູດລັດເຊຍຕື່ມອີກ 28 ຄົນ.  - ảnh 1ສະຖານທູດ ລັດເຊຍ ປະຈຳອາເມລິກາ

     ທ່ານອານາໂຕລີ ອານໂຕໂນບ ເອກອັກຄະລັດຖະທູດລັດເຊຍປະຈຳອາເມລິກາໃຫ້ຮູ້ເມື່ອວັນທີ 5 ກຸມພາວ່າ ຄາດວ່າວໍຊິງຕັນ ຈະອອກຄຳສັ່ງໃຫ້ນັກການທູດລັດເຊຍ 28 ຄົນອອກຈາກອາເມລິກາກ່ອນວັນທີ 30 ມິຖຸນາທີ່ຈະມາເຖິງ. ທ່ານອານາໂຕລີ ອານໂຕໂນບ ເອກອັກຄະລັດຖະທູດລັດເຊຍປະຈຳອາເມລິກາໃຫ້ຮູ້ວ່າ ນັກການທູດ 27 ຄົນຂອງລັດເຊຍໄດ້ຮັບແຈ້ງການຕ້ອງອອກຈາກອາເມລິກາໃນທ້າຍເດືອນມັງກອນປີ 2022 ເຊິ່ງໄດ້ຖືກນາບຂູ່ຈະຖືກຈັບຕົວຖ້າຫາກເຂົາເຈົ້າຢູ່ ອາເມລິກາຕື່ມອີກໜຶ່ງວັນ. ເມື່ອຖືກຖາມວ່າສອງປະເທດອາດຈະຢຸດຕິການພົວພັນທາງການທູດຫຼືບໍ່? ທ່ານເອກອັກຄະລັດຖະທູດລັດເຊຍ ເວົ້າວ່າ ປະທານາທິບໍດີລັດເຊຍ ປູຕິນ ຈະຕົກລົງບັນດາບາດກ້າວຕໍ່ໄປ.

      ຕາມທ່ານ ອັນໂຕໂນບ ແລ້ວ, ສະຖານທູດ ລັດເຊຍຈະປະຕິບັດພັນທະບົດບາດຂອງຕົນຈົນເຖິງນັກການທູດຄົນສຸດທ້າຍເພື່ອປົກປ້ອງຜົນປະໂຫຍດແຫ່ງຊາດໃນຂະນະທີ່ສອງປະເທດພວມສ້າງການພົວພັນລັດເຊຍ - ອາເມລິກາເປັນປົກກະຕິ.

ຕອບກັບ

ຂ່າວ/ບົດ​ອື່ນ