(vovworld) – ໃນຂອບເຂດການຢ້ຽມຢາມ ຮູງກາຣີ ຢ່າງເປັນທາງການ ແຕ່ວັນທີ 28 – 31/7 ຕາມຄຳເຊື້ອເຊີນຂອງລັດຖະບານປະເທດນີ້, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫງວຽນທ້ຽນເຍີນ ໄດ້ມີການພົບປະກັບຜູ້ຮັກສາການປະທານສະພາແຫ່ງຊາດ ທ່ານ Istvan Jakab, ເຈລະຈາກັບທ່ານ ຮອງນາຍົກລັດຖະມົນຕີ ຮູງກາຣີ Zsolt Semjen, ຢ້ຽມຢາມໂຮງງານໄຟຟ້ານິວເຄຼຍ Paks, ມະຫາວິທະຍາໄລ ເຕັກນິກ ແລະ ເສດຖະກິດ ບູດາແປດ, ຢ້ຽມຢາມສະຖານທູດ ຫວຽດນາມ ແລະ ພົບປະກັບຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ອາໄສຢູ່ ຮູງກາຣີ.
ໃນການພົບປະຄັ້ງຕ່າງໆ, ການນຳ ຮູງກາຣີ ຕີລາຄາສູງທີ່ຕັ້ງບົດບາດຂອງ ຫວຽດນາມ ໃນພາກພື້ນ ແລະ ຢູ່ໃນໂລກ. 2 ຝ່າຍເຫັນດີເປັນເອກະສັນນຳກັນບັນດາມາດຕະການຊຸກຍູ້ການຮ່ວມມືຫຼາຍດ້ານໃນໄລຍະຈະມາເຖິງ, ພິເສດແມ່ນກ່ຽວກັບເສດຖະກິດ - ການຄ້າ, ການລົງທຶນ, ການສຶກສາ... ທ່ານຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນ ຂໍຂອບອົບຂອບໃຈ ຮູງກາຣີ ທີ່ໄດ້ຖື ຫວຽດນາມ ເປັນຄູ່ຮ່ວມມືບຸລິມະສິດໃນນະໂຍບາຍໜູນຊ່ວຍພັດທະນາສາກົນ (ODA), ຢືນຢັນ ຫວຽດນາມ ພ້ອມແລ້ວທີ່ຈະສ້າງເງື່ອນໄຂອຳນວຍຄວາມສະດວກເພື່ອໃຫ້ບັນດາວິສາຫະກິດຮູງກາຣີ ເພີ່ມທະວີການພົວພັນທາງດ້ານການຄ້າ - ການລົງທຶນ ກັບ ຫວຽດນາມ ແລະ ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ນັກສຶກສາ, ນັກຮຽນ ຫວຽດນາມ ໄປຮຳ່ຮຽນ. ໃນຂອບເຂດການຢ້ຽມຢາມ, 2 ຝ່າຍໄດ້ເຊັນຂໍ້ຕົກລົງຮ່ວມມືລະຫວ່າງ 2 ລັດຖະບານກ່ຽວກັບການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃນຂົງເຂດນິວເຄຼຍເພື່ອຈຸດປະສົງສັນຕິພາບ, ຕາມນັ້ນແລ້ວ, ລັດຖະບານ ຮູງກາຣີ ໃຫ້ຄຳໝັ້ນສັນຍາໃນແຕ່ລະປີຈະສະໜອງທຶນການສຶກສາໃຫ້ນັກສຶກສາ ຫວຽດນາມ 40 ຄົນ.