ຮັດແໜ້ນການພົວພັນມິດຕະພາບແລະການຮ່ວມມືຮອບດ້ານຫວຽດນາມ-ໄທ

ຮັດແໜ້ນການພົວພັນມິດຕະພາບແລະການຮ່ວມມືຮອບດ້ານຫວຽດນາມ-ໄທ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາ​ຊະ​ອາ​ນາ​ຈັກ ໄທ ປ​ຣາ​ຢຸດ ຈັນ​ໂອ​ຈາ
(ພາບ: nguyentandung.org)

(vovworld) - ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ, ວັນ​ທີ 27/11, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາ​ຊະ​ອາ​ນາ​ຈັກ ໄທ ປ​ຣາ​ຢຸດ ຈັນ​ໂອ​ຈາ ພ້ອມ​ກັບ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ລາ​ຊະ​ອາ​ນາ​ຈັກ ໄທ ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທ​າງ​ການ. ທີ່​ການ​​ເຈ​ລະ​ຈາ​ພາຍຫຼັງ​ພິ​ທີ​ຕ້ອ​ນ​ຮັບ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ຕີ​ລາ​ຄາ​ສູງ​ເລື່ອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ປ​ຣາ​ຢຸດ ຈັນ​ໂອ​ຈາ ໄດ້​ເລືອກ ຫວຽດ​ນາມ ແມ່ນ​ປະ​ເທດ​ຢ້ຽມ​ຢາມ​ທາງ​ການ​ພາຍຫຼັງ​ດຳ​ລົງ​ຕຳ​ແໜ່ງ, ຖື​ນີ້​ແມ່ນ​ປະ​ກົດ​ການ​ທີ່ມີ​ຊີ​ວິດ​ຊີ​ວາ​ຂອງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ ຫວຽດ​ນາມ - ໄທ ແລະ ເຊື່ອ​ໝັ້ນ​ວ່າ: ການ​ຢ້ຽມ​ຢາມ​ຈະ​ປະ​ກອບ​ສ່ວນ​ສຳ​ຄັນ ແລະ ແທດ​ຈິງ ເພື່ອ​ແນ​ໃສ່​ຮັດ​ແໜ້ນ​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ ຫວຽດ​ນາມ ແລະ ໄທ ​ກ່ວາ​ອີກ. ນາ​ຍົກ​ລັດ​ຖະ​ມົນ​ຕີ 2 ທ່ານ​ເຫັນ​ດີ​ເປັນ​ເອ​ກະ​ສັນ​ຈະ​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ແລ​ກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ, ກໍ່​ຄື​ຜັນ​ຂະ​ຫຍາຍ​​ບັນ​ດາ​ກົນ​ໄກຮ່ວມ​ມື 2 ຝ່າຍສຳ​ຄັນ​ຄື​ກອງ​ປະ​ຊຸມ​ຄະ​ນະ​ລັດ​ຖະ​ບານ​ລວມ, ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື 2 ຝ່າຍ ຫວຽດ​ນາມ - ໄທ, ເຫັນ​ດີ​ເປັນ​ເອ​ກະ​ສັນ​​ຊີ້​ນຳ​ໃຫ້ບັນ​ດາ​ກະ​ຊວງ, ຂະ​ແໜງ, ທ້ອງ​ຖີ່ນ 2 ຝ່າຍ​ປະ​ຕິ​ບັດ​ບັນ​ດາ​ຂໍ້​ຕົກ​ລົງ​ຮ່ວມ​ມື​ຂ​ອງ​ການ​ນຳ​ຂັ້ນ​ສູງ 2 ປະ​ເທດ, ສູ້​ຊົນ​ນຳ​ວົງ​ເງິນ​ກາ​ນ​ຄ້າ 2 ສົ້ນ​​ໃຫ້ບັນ​ລຸ 15 ຕື້ USD ໃນ​ປີ 2020….

        ພາຍຫຼັງ​ການ​ເຈ​ລະ​ຈາ, ນາ​ຍົກ​ລັດ​ຖະ​ມົນ​ຕີ 2 ທ່ານເປັນ​ສັກ​ຂີ​ພິ​ຍານ​ພິ​ທີ​ເຊັນ​ເອ​ກະ​ສານ​ຮ່ວມ​ມື 3 ສະ​ບັບ.

        ​ແລະກໍ່​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ທີ່​ສຳ​ນັກ​ງານ​ປະ​ທານ​ປະ​ເທດ, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ໄດ້​ໃຫ້​ການ​ຕ້ອນ​ຮັບ​​ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ປ​ຣາ​ຢຸດ ຈັນ​ໂອ​ຈາ. ທີ່​ການ​ຕ້ອນ​ຮັບ, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ຢືນ​ຢັນ​ວ່າ: ຫວຽດ​ນາມ ຖື​ເປັນ​ສຳ​ຄັນ ແລະ ກຽມ​ພ້ອມ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ ໄທ, ຫວຽດ​ນາມ ຈະ​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ບັນ​ດາ​ໂຄງ​ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ ແລະ ວິ​ສາ​ຫະ​ກິດ 2 ປະ​ເທດ​ບັນ​ລຸ​ປະ​ສິດ​ທິ​ຜົນ.

        ທ່ານ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ ໄທ ປ​ຣາ​ຢຸດ​ ຈັນ​ໂອ​ຈາ ເນັ້ນ​ໜັກ​ວ່າ: ໄທ ແລະ ຫວຽດ​ນາມ ຄວນ​ສົ​ມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ສ້າງ​ຕັ້ງ​ບັນ​ດາ​ລາຍ​ການ​ທ່ອງ​ທ່ຽວ​ລະ​ຫວ່າງ 2 ປະ​ເທດ. ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ສ​ະ​ເໜີ 2 ປະ​ເທດເພີ່ມ​ທະ​ວີ​​ການເຊື່ອມ​ຕໍ່​ບັນ​ດາ​ເສັ້ນ​ທາງ​ບົກ, ທາງ​ທະ​ເລ​ທີ່​ມີ​ຢູ່​ແລ້ວ​ເພື່ອ​ຂຸດ​ຄົ້ນ​​ຢ່າງ​ມີປະ​ສິດ​ທິ​ຜົນ.

ແລະກໍ່​ໃນ​ຕອນ​ບ່າຍ​​ວັນ​ທີ 27/11, ທີ່​ສຳ​ນັກ​ງານ​ສະ​ພາ​ແຫ່ງ​ຊາດ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮູ່ງ ຕ້ອນ​ຮັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ປ​ຣາ​ຢຸດ ຈັນ​ໂອ​ຈາ. ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຊື່ອ​ໝັ້ນ​ວ່າ: ການ​ຢ້ຽ​ມ​ຢາມ ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ເຖິງ ຫວຽດ​ນາມ ຄັ້ງ​ນີ້​ຈະ​ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພົວ​ພັນ 2 ຝ່າຍ​ຢ່າງ​ແຮງ. ໃນ​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ປ​ຣາ​ຢຸດ ຈັນ​ໂອ​ຈາ ເຫັນ​ດີ​ເປັນ​ເອ​ກະ​ສັນ​ຈະ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ທຸກ​ຂັ້ນ, ກໍ່​ຄື​ແບ່ງ​ປັນ​ບົດ​ຮຽນ​ໃນ​ການ​​ສ້າງ​ກົດ​ໝາຍ ແລະ ຕິດ​ຕາມກວດ​ກາ.​

 

 




ຂ່າວ/ບົດ​ອື່ນ