ຮັດແໜ້ນການຮ່ວມມືດ້ານເສດຖະກິດ,ການຄ້າຫວຽດນາມ-ອົດສຕາລີ

ຮັດແໜ້ນການຮ່ວມມືດ້ານເສດຖະກິດ,ການຄ້າຫວຽດນາມ-ອົດສຕາລີ - ảnh 1
(ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ
ປະຈຳ​ອົດສຕາ​ລີ ​ເລືອ​ງ​ແທງ​ຫງີ້)


(vovworld) – ຕ​ອນຄໍ່າ​ວັນ​ທີ 04/12, ຢູ່​ນະຄອນ​ Sydney, ປະ​ເທດ​ອົດສຕາ​ລີ ​ໄດ້​ດຳ​ເນີນ​ການ​ພົບ​ປະ​ປະຈຳ​ໄລຍະ​ຂອງ​ສະພາ​ດຳ​ເນີນ​ທຸລະ​ກິດອົດສຕາ​ລີ - ຫວຽດນາມ (AVBC). ທີ່​ການ​ພົບ​ປະ, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ອົດສຕາ​ລີ ​ເລືອ​ງ​ແທງ​ຫງີ້ ​ໄດ້​ແຈ້ງ​​ໃຫ້​ຊາບບັນດາ​ບາດກ້າວ​ພັດທະນາ​ຢ່າງ​ແຮງ, ຕັ້ງ​ໜ້າ​ໃນ​ທຸກ​ຂົງ​ເຂດ ນັບ​ແຕ່​ດ້ານການ​ເມືອງ, ການ​ທູດ, ການປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ, ການ​ຄ້າ ການ​ລົງ​ທຶນ… ລະຫວ່າງ​ຫວຽດນາມ - ອົດສຕາ​ລີ ພາຍ​ຫຼັ​ງ​ໄລຍະ 40 ປີ​ແຫ່ງ​ວັນ 2 ປະ​ເທດ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ. ທ່ານ​ເອກ​ອັກຄະ​ລັດຖະທູດ​ໃຫ້​ຮູ້​ວ່າ, ນັບ​ມື້​ນັບ​ມີ​ຫຼາຍວິ​ສາ​ຫະກິດ​ຫວຽດນາມ ​ເອົາ​ໃຈ​ໃສ່​​ເຖິງ​ການລົງທຶນ, ດຳ​ເນີນ​ທຸລະ​ກິດ​ຢູ່​ອົດສຕາ​ລີ. ພອມ​ກັນ​ນັ້ນ, ຫວຽດນາມ ພວມ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ບັນດາ​ນັກ​ລົງທຶນ ​ແລະ ວິ​ສາ​ຫະກິດ​ຕ່າງປະ​ເທດ, ​ໃນ​ນັ້ນ​ມີ​ບັນດາ​ວິ​ສາ​ຫະກິດ​ອົດສຕາ​ລີ ທຳ​ມາ​ຫາ​ກິນ​ຢູ່​ຫວຽດນາມ. ລັດຖະບານ​ຫວຽດນາມ ​ແລະ ອົດສຕາ​ລີ ພວມ​ພ້ອມ​ກັນ​ຍົກ​ອອກ​ແຜນການ​ເຄື່ອນ​ໄຫວ​ໃໝ່ ​ໄລຍະ 2015 – 2017 ຢ່າງຕັ້ງ​ໜ້າ​ ເພື່ອ​ແນ​ໃສ່​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ 2 ຝ່າຍ, ​ເໝາະ​ສົມ​ກັບ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ເສດຖະກິດ​ໃໝ່​ຂອງ​ລັດຖະບານ​ອົດສຕາ​ລີ.

ຂ່າວ/ບົດ​ອື່ນ