(vovworld) - ຕອນເຊົ້າວັນທີ 31/01, ຢູ່ຮ່າໂນ້ຍ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມຫວຽດນາມ ໄດ້ຈັດກອງປະຊຸມຜ່ານເຄື່ອຄ່າຍອິນເຕີແນດກ່ຽວກັບການຜັນຂະຫຍາຍມະຕິຂອງຄະນະປະຈຳສະພາແຫ່ງຊາດ, ແຜນການຮັບເອົາຄຳຄິດຄຳເຫັນຂອງປະຊາຊົນທີ່ມີຕໍ່ຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ), ດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າບັນດາກະຂວງ, ຂະແໜງການ, ອົງການຈັດຕັ້ງຂັ້ນສູນກາງ ແລະ ການນຳບັນດາແຂວງ, ນະຄອນຂຶ້ນກັບສູນກາງ. ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຮວ່າງຈູງຫາຍ ໄດ້ຮຽກຮ້ອງວ່າ ເລື່ອງຮັບເອົາຄຳຄິດຄຳເຫັນຂອງປະຊາຊົນເພື່ອປະກອບໃສ່ຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ) ຕ້ອງຮັບປະກັນລັກສະນະປະຊາທິປະໄຕ, ເປີດເຜີຍ, ວິທະຍາສາດ, ດ້ວຍບັນດາຮູບແບບທີ່ເໝາະສົມ, ສ້າງເງື່ອນໄຂສະດວກເພື່ອໃຫ້ທຸກຄົນພ້ອມກັນເຂົ້າຮ່ວມ. ທ່ານຮອງນາຍົກລັດຖະມົນຕີ ຮວ່າງຈູງຫາຍ ກ່າວວ່າ.
“ຂ້າພະເຈົ້າປາດຖະໜາວ່າ ບັນດາກະຊວງ, ຂະແໜງການສູນກາງ ແລະ ບັນດາອົງການຈັດຕັ້ງການເມືອງສັງຄົມທ້ອງຖິ່ນຕ່າງໆ ແລະ ປະຊາຊົນໃນທົ່ວປະເທດຈົ່ງເຂົ້າຮ່ວມການປະກອບຄຳຄິດຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ) ຢ່າງຕັ້ງໜ້າ. ເພາະວ່າ ການກຳນົດໄດ້ທີ່ຕັ້ງ, ບົດບາດຂອງກົດໝາຍວ່າດ້ວຍທີ່ດິນ ແມ່ນຈະສົ່ງຜົນການທົບເຖິງປະຊາຊົນແຕ່ລະຄົນ ແລະ ຊີວິດທາງການເສດຖະກິດ, ສັງຄົມທຸກດ້ານ. ເພາະສະນັ້ນ, ເລື່ອງຮັບເອົາການປະກອບຄຳຄິດຄຳເຫັນຂອງປະຊາຊົນໃສ່ຮ່າງກົດໝາຍວ່າດ້ວຍທີ່ດິນ ຢ່າງຮອບດ້ານ ແລະ ມີປະສິດທິຜົນ ເພື່ອຍື່ນສະເໜີຕໍ່ສະພາແຫ່ງຊາດແມ່ນສິ່ງສຳຄັນຍິ່ງ”.
ເລື່ອງຮັບເອົາຄຳຄິດຄຳເຫັນຂອງປະຊາຊົນ ຜ່ານຮູບແບບປະກອບຄຳເຫັນໂດຍກົງ ຫຼື ເປັນລາຍລັກອັກສອນ; ປຶກສາຫາລືທີ່ກອງປະຊຸມ, ກອງປະຊຸມສຳມະນາຕາມແຕ່ລະເຂດ; ປະກອບຄຳຄິດຄຳເຫັນຜ່ານປະຕູຖານຂ້ໍມູນເອເລກໂຕນິກຂອງລັດຖະບານ, ແວບໄຊຂອງກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ, ກົມໃຫຍ່ຄຸ້ມຄອງທີ່ດິນ, ແວບໄຊຂອງບັນດາແຂວງ, ນະຄອນຂຶ້ນກັບສູນກາງ.