ຮ່ວມມືປ້ອງກັນຄຄວາມສະຫງົບ ຫວຽດນາມ - ສະຫະພັນ ລັດເຊຍ

ຮ່ວມມືປ້ອງກັນຄຄວາມສະຫງົບ ຫວຽດນາມ - ສະຫະພັນ ລັດເຊຍ - ảnh 1
ພິທີເຊັນ​ແຜນການ​ຮ່ວມ​ມືລະຫວ່າງ​ກະຊວງ​ຕຳຫຼວດ ຫວຽດນາມ ​ແລະ ອົ​ງການ​ປ້ອງ​ກັນ​ປ້ອງ​ກັນ​ຄວາມ​ສະຫງົບ​ສະຫະພັນ ລັດ​ເຊຍ
(ພາບ: anninhthudo.vn)

(vovworld) – ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ອົງການ​ປ້ອງ​ກັນ​ຄວາມ​ສະຫງົບ​ສະຫະພັນ ລັດ​ເຊຍ ​ນຳ​ໂດຍ​ທ່ານ​ພົນ​ເອກ Bortnikov A.V, ຜູ້ອຳນວຍການ​ອົງການ​ປ້ອງ​ກັນ​ຄວາມ​ສະຫງົບ​ສະຫະພັນ ​ເປັນ​ຫົວໜ້າ​ຄະນະ, ທີ່​ພວມ​ຢູ່​ຢ້ຽມຢາມ ​ແລະ ​ເຮັ​ດວຽກ​ກັບ​ກະຊວງ​ຕຳຫຼວດ ຫວຽດນາມ ​ແຕ່​ວັນ​ທີ 2 - 4/4. ພາຍຫຼັງ​ພິທີ​ຕ້ອນຮັບຢ່າງ​ເປັນ​ທາງ​ການ​ທີ່​ສຳນັກງານ​ກະຊວງ​ຕຳຫຼວດ​ເມື່ອ​ວັນ​ທີ 2/4, ທ່ານ​ພົນ​ເອກ ​ເຈີ​ນດ້າຍ​ກວາງ, ລັດຖະມົນຕີ​ກະຊວງ​ຕຳຫຼວດ ຫວຽດນາມ ​ແລະ ທ່ານ​ພົນ​ເອກ Bortnikov A.V ​​ໄດ້ເປັນ​ປະທານ​ການ​ເຈລະຈາ​ລະຫວ່າງ 2 ຝ່າຍ. ທີ່​ການ​ເຈລະຈາ, 2 ຝ່າຍ​ໄດ້​ເປັນ​ເອກະ​ພາບ​ບັນດາ​ມາດ​ຕະການ​ເພີ່ມ​ທະວີ​ການ​ຮ່ວມ​ມື, ກ້າວ​ເຂົ້າ​ສູ່​ລວງ​ເລິກ, ມີ​ປະສິດ​ທິຜົນ, ປົກ​ປັກ​ຮັກສາ​ຄວາມ​ສະຫງົບ​ຂອງ​ແຕ່ລະ​ປະ​ເທດ, ປະກອບສ່ວນ​ປົກ​ປັກຮັກສາ​ສັນຕິພາບ, ຄວາມ​ສະຫງົບ​ໃນ​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ. ທ່ານ​ລັດຖະມົນຕີ ​ເຈີ​ນດ້າຍ​ກວາງ ​ແລະ ທ່ານ​ພົນ​ເອກ Bortnikov A.V ພ້ອມ​ກັນ​ເຊັນ​ແຜນການ​ຮ່ວມ​ມືລະຫວ່າງ​ກະຊວງ​ຕຳຫຼວດ ຫວຽດນາມ ​ແລະ ອົ​ງການປ້ອງ​ກັນ​ຄວາມ​ສະຫງົບ​ສະຫະພັນ ລັດ​ເຊຍ.

ຂ່າວ/ບົດ​ອື່ນ