ຮອງນາຍົກລັດຖະມົນຕີ Nguyen Xuan Phuc ຕ້ອນຮັບຄະນະຜູ້ແທນຜູ້ມີຄຸນງາມຄວາມດີ

ຮອງນາຍົກລັດຖະມົນຕີ Nguyen Xuan Phuc ຕ້ອນຮັບຄະນະຜູ້ແທນຜູ້ມີຄຸນງາມຄວາມດີ - ảnh 1
ທີ່ການ​ຕ້ອນຮັບ​ຄະນະ​ຜູ້​ແທນຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ​
( ພາບ: chinhphu.vn )

( vovworld ) –   ຕອນ​ບ່າຍ​ວັນ​ທີ 16/5, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ Nguyen Xuan Phuc ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ​ເມືອງ​ຟອງ​ດຽນ, ​ແຂວງ ​ເທື່ອ​ທຽນ​​ເຫວ້ ​ເນື່ອງ​ໃນ​ໂອກາດ​ຄະນະ​ມາ​ຢ້ຽມຢາມ​ນະຄອນຫຼວງ​ຮ່າ​ໂນ້ຍ ​ແລະ ​ເຂົ້າ​ຢ້ຽມ​ຂໍ່ານັບ​ສຸສານ​ລຸງ​ໂຮ່. ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ຢືນຢັນ​ວ່າ; ຢາມ​ໃດ ພັກ ​​ແລະ ລັດ ​ກໍ​ຕີ​ລາຄາ​ສູງ ​ແລະ ຮູ້​ບຸນຄຸນ​ຕໍ່​ການ​ເສຍສະຫຼະ​ຊີວິດ​, ການ​ປະກອບສ່ວນ​ຂອງ​ບັນດາ​ນັກຮົບທີ່ເສຍສະຫຼະ​ຊີວິດ​ເພື່ອ​ຊາດ, ທະຫານ​​ເສຍ​ອົງຄະ, ບັນດາ​​ນັກຮົບ​ເກົ່າ, ຜູ້​ມີ​ຄຸນ​ງາມຄວາມ​ດີ​ຕໍ່​ການ​ປະຕິວັດທີ່​ມີ​ຕໍ່​ພາລະ​ກິດ​ຕໍ່ສູ້​ຍາດ​ເອົາ​ເອກະລາດ​​ເສລີພາບມາໃຫ້​​ແກ່ປະ​ເທດ​ຊາດ. ຍາມ​ໃດພັກ ​ແລະ ລັດ ກໍ​ເອົາ​ໃຈ​ໃສ່​ເບິ່ງ​ແຍງ​, ສ້າງ​ເງື່ອນ​ໄຂ​ສະດວກ​ທີ່​ສຸດ​ເພື່ອ​ຍົກ​ສູງ​ຊີວິດ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ໃຫ້​ແກ່​ບັນດາ​ຄອບຄົວ​ນະ​ໂຍບາຍ, ຜູ້​ມີ​ຄຸນ​ງານ​ຄວາມ​ດີ​ຕໍ່​ການ​ປະຕິວັດ. ທ່ານ​ຮອງ​ນາ​ຍົກ​ລັດຖະມົນຕີ Nguyen Xuan Phuc ກໍ​ປາດ​ຖະໜາ​ວ່າ ບັນດາຜູ້​ແທນຜູ້​ມີ​ຄຸນ​ງານ​ຄວາມ​ດີ​​ເມືອງຟອງ​ດຽນ, ​ແຂວງ ​ເທື່ອ​ທຽນ​​ເຫວ້ ສືບ​ຕໍ່​ແມ່ນ​​ແບບ​ຢ່າງ​ທີ່​ດີ​ເດັ່ນ, ​ເຂົ້າ​ຮ່ວມ​ຂະ​ບວນການ​ຕ່າງໆທ້ອງ​ຖິ່ນ​ຢ່າງ​ຕັ້ງໜ້າ, ມານະ​ພະຍາຍາມ​ບືນຕົວ​ຂຶ້ນພັດທະນາ​ເສດຖະກິດ​ຄອບຄົວ, ສຶກສາ​ລູກ​ຫຼານ​ຮໍ່າຮຽນ, ອອກ​ແຮງງານ​​ໃຫ້ດີ, ປະກອບສ່ວນ​ກໍ່ສ້າງບ້ານ​ເກີດ​ເມືອງ​ນອນ ​ເຮັດ​ໃຫ້​ປະ​ເທດ​ຊາດ​ນັບ​ມື້​ນັບ​ຮັ່ງມີ​ເຂັ້ມ​ແຂງ.

ຂ່າວ/ບົດ​ອື່ນ