( vovworld ) - ວັນທີ 19/6, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ Nguyen Xuan Phuc ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີກະຊວງພາຍໃນ ສປປລາວ ຄຳປານ ພິລາວົງ, ທີ່ໄດ້ນຳໜ້າຄະນະຜູ້ແທນລາວ ມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ Nguyen Xuan Phuc ໄດ້ຊົມເຊີຍການຢ້ຽມຢາມ ແລະ ເຮັດວຽກຂອງຄະນະ ແມ່ນການເຄື່ອນໄຫວແທດຈິງເພື່ອຄໍານັບຮັບຕ້ອນປີແຫ່ງຄວາມສາມັກຄີຫວຽດນາມ - ລາວ, ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງສາຍພົວພັນທາງການທູດ, 35 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບການຮ່ວມມືຫວຽດນາມ - ລາວ. ທ່ານຮອງນາຍົກລັດຖະມົນຕີໄດ້ຢືນຢັນວ່າ ຍາມໃດຫວຽດນາມ ກໍຖືເປັນສຳຄັນສາຍພົວພັນມິດຕະພາບແບບພິເສດກັບລາວ ແລະ ສືບຕໍ່ຍູ້ແຮງ, ເພີ່ມທະວີການພົວພັນຮ່ວມມືຢ່າງຮອບດ້ານ, ໂດຍສະເພາະແມ່ນໃນຂົງເຂດການງານ, ບໍລິຫານອຳນາດການປົກຄອງທ້ອງຖິ່ນ, ປະຕິຮູບລະບຽບການບໍລິຫານ. ເພື່ອສ້າງພື້ນຖານການປົກຄອງມີຄວາມສັກສິດ, ມີປະສິດທິຜົນ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງປະຊາຊົນສອງປະເທດ, ຫວຽດນາມ ໄດ້ກຽມພ້ອມການຊ່ວຍເຫຼືອດ້ານວິຊາຊີບສຳລັບກະຊວງພາຍໃນລາວ ດ້ວຍການສົ່ງຜູ້ຊ່ຽວຊານໄປລາວ ເພື່ອໃຫ້ຄຳປຶກສາ, ໜູນຊ່ວຍການຄົ້ນຄວ້າ, ສ້າງນະໂຍບາຍກົດໝາຍໃນຂົງເຂດວຽກງານຂອງສອງຝ່າຍ; ຊ່ວຍເຫຼືອຍົກສູງລະດັບວິຊາຊີບໃຫ້ແກ່ພະນັກງານ, ພາລະກອນຂອງລາວ, ພ້ອມກັນນັ້ນໜູນຊ່ວຍລາວ ໃນຂົງເຂດປະຕິຮູບລະບຽບການບໍລິຫານ.