(vovworld) - ຕອນບ່າຍວັນທີ 24/7, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ Nguyen Xuan Phuc ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ສປປ ລາວ ໂດຍທ່ານລັດຖະມົນຕີ ບໍ່ວຽງຄຳ ວົງດາລາ, ປະທານສະຖາບັນວິທະຍາສາດແຫ່ງຊາດ ລາວ ນຳໜ້າ ທີ່ພວມຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ ໃນລະຫວ່າງວັນທີ 20 – 26/7. ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ບໍ່ວຽງຄຳ ວົງດາລາ ຫວັງວ່າ: 2 ຝ່າຍເພີ່ມທະວີການຮ່ວມມື, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ກ່ຽວກັບການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ພິເສດແມ່ນບຳລຸງສ້າງແຫຼ່ງພະນັກງານຄຸ້ມຄອງວິທະຍາສາດ ແລະ ເຕັກໂນໂລຢີ, ຄູສອນເໜືອມະຫາວິທະຍາໄລ, ສືບຕໍ່ແລກປ່ຽນເອກະສານ ແລະ ແຫຼ່ງຂໍ້ມູນດ້ານວິທະຍາສາດ, ແລກປ່ຽນບົດຮຽນ, ພິເສດແມ່ນໝາກຜົນແຫ່ງການຄົ້ນຄ້ວາວິທະຍາສາດ ທີ່ມີຄວາມສາມາດນຳໃຊ້ໃນຊີວິດການເປັນຢູ່, ປະກອບສ່ວນຊຸກຍູ້ການຖ່າຍທອດເຕັກໂນໂລຢີຮັບໃຊ້ການພັດທະນາເສດຖະກິດ - ສັງຄົມຂອງແຕ່ລະປະເທດ. ສ່ວນທ່ານຮອງນາຍົກລັດຖະມົນຕີ Nguyen Xuan Phuc ຢືນຢັນວ່າ: ລັດຖະບານຫວຽດນາມ ພ້ອມແລ້ວທີ່ສະໜັບສະໜູນບັນດາແຜນການຮ່ວມມືລະຫວ່າງກະຊວງວິທະຍາສາດ ແລະ ເຕັກໂນໂລຢີ 2 ປະເທດ ຫວຽດນາມ - ລາວ. ທ່ານຮອງນາຍົກລັດຖະມົນຕີ Nguyen Xuan Phuc ຖືວ່າ: ໃນໄລຍະຈະມາເຖິງ, 2 ຝ່າຍບໍ່ພຽງແຕ່ຢຸດຢູ່ໃນລາຍການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຢີລະຫວ່າງ ບັນດາກະຊວງ, ຂະແໜງການສູນກາງ ເທົ່ານັ້ນ ຫາກຄວນເພີ່ມທະວີການຮ່ວມມືຢ່າງເລິກເຊິ່ງກ້ວາງຂວາງ, ຊຸກຍູ້ການຖ່າຍທອດເຕັກໂນໂລຢີ, ນຳໃຊ້ຜົນງານດ້ານວິທະຍາສາດ ເຂົ້າໃນການຜະລິດ ຢູ່ບັນດາທ້ອງຖິ່ນ ພິເສດແມ່ນບັນດາທ້ອງຖິ່ນຢູ່ຊາຍແດນ ເພື່ອແນໃສ່ຍົກສູງຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ.