ຮອງນາຍົກລັດຖະມົນຕີ ຈັດກອງປະຊຸມຄະນະຊີ້ນຳຮັບປະກັນຫຼັກອະນາໄມສະບຽງອາຫານ
(ທ່ານ ຮອງນາຍົກລັດຖະມົນຕີ ຫວູດຶກດາມ)
(vovworld) - ຕອນບ່າຍວັນທີ 20/6, ຢູ່ຮ່າໂນ້ຍ, ທ່ານ ຮອງນາຍົກລັດຖະມົນຕີ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳບັນດາຂະແໜງການສູນກາງ ກ່ຽວກັບການຮັບປະກັນຫຼັກອະນາໄມສະບຽງອາຫານ ໄດ້ເປັນເຈົ້າພາບຈັດກອງປະຊຸມຄະນະຊີ້ນຳຮັບປະກັນຫຼັກອະນາໄມສະບຽງອາຫານກັບກະຊວງ, ຂະແໜງການຕ່າງໆທີ່ກ່ຽວຂ້ອງ ຕີລາຄາກ່ຽວກັບການຜັນຂະຫຍາຍການປະຕິບັດວຽກງານ ຮັບປະກັນຫຼັກອະນາໄມສະບຽງອາຫານໃນ 6 ເດືອນຕົ້ນປີ, ການຜັນຂະຫຍາຍໜ້າທີ່ໃນ 6 ເດືອນທ້າຍປີ. ກ່າວຄວາມເຫັນສະຫຼຸບກອງປະຊຸມ, ທ່ານ ຮອງນາຍົກລັດຖະມົນຕີ ຫວູດຶກດາມ ຮຽກຮ້ອງໃຫ້ບັນດາຂະແໜງທີ່ກ່ຽວຂ້ອງ ແລະ ທ້ອງຖີ່ນຍູ້ແຮງ ແລະ ປ່ຽນໃໝ່ວຽກງານໂຄສະນາ, ເອົາໃຈໃສ່ເປັນພິເສດເຖິງການກ່າວເຕື່ອນຄວາມສ່ຽງເມື່ອບໍ່ຮັບປະກັນຫຼັກອະນາໄມສະບຽງອາການ ເຖິງໝູ່ປະຊາຊົນ