ຮອງນາຍົກລັດຖະມົນຕີ ວູ້ວັນນີງຕ້ອນຮັບຜູ້ອຳນວຍການໃຫຍ່ ກຸ່ມບໍລິສັດ Citigroup


ຮອງນາຍົກລັດຖະມົນຕີ ວູ້ວັນນີງຕ້ອນຮັບຜູ້ອຳນວຍການໃຫຍ່ ກຸ່ມບໍລິສັດ Citigroup - ảnh 1
ທ່າ​ນຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມ ວູ້​ວັນ​ນີງ ແລະ
ຜູ້​ອຳ​ນວຍ​ການ​ໃຫຍ່ ກຸ່ມບໍລິ​ສັດ Citigroup ຂອງອາ​ເມ​ລິ​ກາ

(vovworld)-   ທີ່​ການ​ຕ້ອນ​ຮັບຜູ້​ອຳ​ນວຍ​ການ​ໃຫຍ່ ກຸ່ມບໍລິ​ສັດ Citigroup ຂອງອາ​ເມ​ລິ​ກາ ທ່ານ Machael L. Corbat , ​ທ່າ​ນຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມ ວູ້​ວັນ​ນີງ ໄດ້​ສະ​ແດງ​ຄວ​າມ​ພູ​ມ​ໃຈ​ເມື່ອ​ເຫັນ​ວ່າ ມີຫຼາຍ​ຄູ່​ຮ່ວມ​ມື​ລົງ​ທຶນ​ຕ່າງ​ປະ​ເທດ, ໃນ​ນັ້ນ​ມີ​ທັງ ກຸ່ມບໍລິ​ສັດ Citigroup, ໄດ້​ເລືອກ​ເອົາ​ຫວຽດ​ນາມ​ແມ່ນ​ສະ​ຖານ​ທີ່ລົງ​ທຶນ. ທ່າ​ນຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມ ວູ້​ວັນ​ນີງຊີ້​ແຈ້ງວ່າ ລັດ​ຖະ​ບານ​ຫວຽດ​ນາມ​ພ້ອມ​ແລ້ວ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້​ບັນ​ດາ​ນັກ​ລົງ​ທຶນ​ເຂົ້າ​ເຄື່ອນ​ໄຫວ​ຢູ່​ຫວຽດ​ນາມ​ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ທັງ 2 ຝ່າຍ.

    ສ່ວນຜູ້​ອຳ​ນວຍ​ການ​ໃຫຍ່ ກຸ່ມບໍລິ​ສັດ Citigroup ຂອງອາ​ເມ​ລິ​ກາ ທ່ານ Machael L. Corbat ຢືນ​ຢັນ​ວ່າ ຈະ​ສືບ​ຕໍ່​ໜູນ​ຊ່ວຍ​ຫວຽດ​ນາມ​ໃນ​ບັນ​ດາ​ຂົງ​ເຂດກໍ່​ສ້າງ​ພະ​ນັກ​ງານ​ທີ່​ມີ​ທັກ​ສະ​ສູງ​ໃນ​ຂົງ​ເຂດ​ການ​ເງິນ, ທະ​ນາ​ຄານ, ໃຫ້​ຄຳ​ປຶກ​ສາ​ກ່ຽວ​ກັບ​ສະ​ພາບ​ການ​ເສດ​ຖະ​ກິດ​ພາກ​ພື້ນ ແລະ ສາ​ກົນ ເພື່ອ​ຮັບ​ໃຊ້​ວິ​ວັດ​ການ​ປະ​ກາດ​ໃຊ້​ນະ​ໂຍ​ບາຍ​ຂອງ​ລັດ​ຖະ​ບານ.

ຂ່າວ/ບົດ​ອື່ນ