(vovworld) - ວັນທີ 07/03, ທີ່ການຕ້ອນຮັບທ່ານລັດຖະມົນຕີການຄ້າ ແລະ ການລົງທຶນ ແດນມາກ Pia Olsen Dyhr ທີ່ພວມຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ ຍາມໃດຫວຽດນາມ ກໍຖືແດນມາກ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນອັນດັບໜຶ່ງກ່ຽວກັບເສດຖະກິດ, ການຄ້າ ຢູ່ເອີລົບ ແລະ ສະເໜີໃຫ້ແດນມາກ ສືບຕໍ່ສະໜັບສະໜູນຫວຽດນາມ ໃນການເຈລະຈາສັນຍາການຄ້າເສລີຫວຽດນາມ - EU, ກໍຄືເລື່ອງ EU ຮັບຮູ້ຂໍ້ກຳນົດເສດຖະກິດການຕະຫຼາດສຳລັບຫວຽດນາມ ໂດຍໄວ. ທ່ານຮອງນາຍົກລັດຖະມົນຕີ ກໍສະເໜີໃຫ້ທ່ານລັດຖະມົນຕີ Pia Olsen Dyhr ຍູ້ແຮງການພົວພັນຮ່ວມມືລະຫວ່າງ 2 ປະເທດ, ໂດຍສະເພາະແມ່ນໃນບັນດາຂົງເຂດທີ່ແດນມາກ ມີທ່າແຮງ. ສ່ວນທ່ານລັດຖະມົນຕີ Pia Olsen Dyhr ຢືນຢັນຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອປະກອບສ່ວນຊຸກຍູ້ການພົວພັນຮ່ວມມືດ້ານເສດຖະກິດ, ການຄ້າລະຫວ່າງ 2 ປະເທດ. ທ່ານລັດຖະມົນຕີ Pia Olsen Dyhr ກໍສະເໜີໃຫ້ລັດຖະບານຫວຽດນາມ ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດ ແລະ ນັກລົງທຶນຂອງແດນມາກ ທີ່ລົງທຶນໄລຍະຍາວຢູ່ຫວຽດນາມ ມີປະສິດທິຜົນ.