(vovworld) - ວັນທີ 31/01 (ກົງກັບວັນທີ 01/01 ຕາມຈັນທະປະຕິທິນ), ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ລົງຢ້ຽມຢາມ, ອວຍພອນປີໃໝ່, ພະນັກງານ, ລັດຖະກອນ ພວມປະຕິບັດການກໍ່ສ້າງຢູ່ຂົວຂ້າມທາງ 3 ແຍກເຫ໋ວ (ນະຄອນດ່ານັ້ງ) ແລະ ກວດກາສະພາບຄວາມເປັນລະບຽບຮຽບຮ້ອຍຢູ່ນະຄອນດ່ານັ້ງ. ທີ່ໂຄງການ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຢື້ຢາມຖາມຂ່າວ, ລະດົມກຳລັງໃຈພະນັກງານ, ລັດຖະກອນພວມປະຕິບັດການກໍ່ສ້າງຢູ່ກິດຈະກຳ ແລະ ຍ້ອງຍໍຈິດໃຈອອກແຮງງານທີ່ເຂັ້ມງວດ, ເຮັດວຽກຕະຫຼອດບໍ່ໄດ້ພັກຜ່ອນໃນໂອກາດບຸນປີໃໝ່ປະຈຳຊາດ. ທ່ານຮອງນາຍົກລັດຖະມົນຕີຮຽກຮ້ອງໃຫ້ບັນດາຫົວໜ່ວຍປະຕິບັດການກໍ່ສ້າງຕ້ອງຮັບປະກັນລະດັບຄວາມຄືບໜ້າ, ຮັບປະກັນຄຸນນະພາບກິດຈະກຳ, ພິເສດແມ່ນຮັບປະກັນລັກສະນະດ້ານເຕັກນິກ ຍ້ອນນີ້ແມ່ນກິດຈະກຳທີ່ມີຄວາມໝາຍສຳຄັນຍິ່ງໃນວຽກງານຕ້ານສະພາບລົດຕິດຢູ່ປະຕູເຂົ້າຂອງນະຄອນດ່ານັ້ງ.