(vovworld) - ຕອນບ່າຍວັນທີ 31/1, ເມືອລົງຢ້ຽມຢາມ ແລະ ເຮັດວຽກກັບກົມໃຫຍ່ປ້ອງກັນຄວາມສະຫງົບເລກ 2 ຂຶ້ນກັບ ກະຊວງຕຳຫຼວດຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ຍ້ອງຍໍຊົມເຊີຍບັນດາຜົນງານເຊິ່ງພະນັກງານ, ນັກຮົບກຳລັງຕຳຫຼວດຕ້ານອາດຊະຍາກຳເສດຖະກິດທີ່ບັນລຸໄດ້ໃນປີຜ່ານມາ. ທ່ານຮອງນາຍົກລັດຖະມົນຕີກໍ່ຊີ້ແຈ້ງວ່າ: ປີ 2013, ສະພາບເສດຖະກິດ, ພາກພື້ນຍັງມີການຫັນປ່ຽນຢ່າງສັບສົນ. ເພື່ອປະຕິບັດໜ້າທີ່, ວຽກງານທີ່ໄດ້ມອບໝາຍໃຫ້ຢ່າງມີໄຊ, ຮຽກຮ້ອງໃຫ້ພະນັກງານ, ນັກຮົບທຸກຄົນຂອງກົມໃຫຍ່ປ້ອງກັນຄວາມສະຫງົບເລກ 2 ເວົ້າລວມ ແລະ ພະນັກງານ, ນັກຮົບກຳລັງຕຳຫຼວດຕ້ານອາດຊະຍາກຳເສດຖະກິດ ເວົ້າສະເພາະຄວນຊາບຊຶມ, ປະຕິບັດຢ່າງເຂັ້ມງວດບັນດາແຜນນະໂຍບາຍຂອງພັກ, ລັດ ທີ່ມີຕໍ່ໜ້າທີ່ປົກປັກຮັກສາຄວາມສະຫງົບແຫ່ງຊາດໃນສະພາບການໃໝ່. ກຳລັງປ້ອງກັນຄວາມສະຫງົບຄວນເປັນເຈົ້າການກຳແໜ້ນ, ໄຈ້ແຍກ ແລະ ຄາດຄະເນສະພາບການ, ເປັນເສນາທິການຢ່າງທັນການ, ສະເໜີ, ສົມທົບ ແລະ ຜັນຂະຫຍາຍຢ່າງມີປະສິດທິຜົນວຽກງານຮັບປະກັນຄວາມສະຫງົບແຫ່ງຊາດ, ເປັນເຈົ້າການໃນການປ້ອງກັນ, ສະກັດກັ້ນ, ຕໍ່ສູ້ທັບມ້າງທຸກໆກົນອຸບາຍ, ການເຄື່ອນໄຫວ “ການຜັນແປ່ສັນຕິພາບ” ຂອງກຳລັງທີ່ເປັນປໍລະປັກ. ເອົາໃຈໃສ່ເຖິງວຽກງານເປັນເສນາທິການ, ຮັບໃຊ້ບັນດາແຜນນະໂຍບາຍຂອງພັກ, ນະໂຍບາຍຂອງລັດກ່ຽວກັບເສດຖະກິດຢ່າງມີປະສິດທິຜົນ, ຮັບປະກັນຊີວິດສັງຄົມ ແລະ ເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ຮັບປະກັນສະຫວັດດີການສັງຄົມເປັນຢ່າງດີ.