(vovworld) – ຕອນເຊົ້າວັນທີ 19/08, ຢູ່ຮ່າໂນ້ຍ, ຄະນະປະຕິບັດງານຂອງຄະນະຊີ້ນຳການປະຕິຮູບຕຸລາການສູນກາງໂດຍທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ, ຮອງຫົວໜ້າຄະນະຊີ້ນຳການປະຕິຮູບຕຸລາການສູນກາງ ເປັນຫົວຫນ້າຄະນະ, ໄດ້ມີການເຮັດວຽກກັບຄະນະພັກການທະຫານສູນກາງ ກ່ຽວກັບສະພາບການຊາບຊຶມ, ຜັນຂະຫຍາຍການປະຕິບັດຂໍ້ສະຫຼຸບເລກທີ 92 ຂອງກົມການເມືອງ ກ່ຽວກັບຍຸດທະສາດປະຕິຮູບຕຸລາການຮອດປີ 2020 ໃນກອງທັບ. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີໃຫ້ຄະນະພັກການທະຫານສູນກາງ ຕ້ອງສຸມໃສ່ຜັນຂະຫຍາຍຂໍ້ສະຫຼຸບຂອງກົມການເມືອງກ່ຽວກັບການກໍ່ສ້າງບັນດາອົງການສືບສວນໃນກອງທັບໃຫ້ກະທັດລັດ, ບ່ອນໃດບໍ່ຈຳເປັນຕ້ອງສືບຕໍ່ປັບປຸງໃຫ້ເໝາະສົມກັບທິດທາງລວມ, ໂດຍສະເພາະແມ່ນອົງການສືບສວນຄະດີອາຍາຢູ່ບັນດາເຂດທະຫານ ແລະ ເຂດຮ່າໂນ້ຍ. ພ້ອມທັງປັບປຸງສິດສືບສວນໃຫ້ສອດຄ່ອງກັບສິດພິພາກສາຂອງສານການທະຫານຕາມຮູບແບບໃໝ່.