ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກໃຫ້ການ ຕ້ອນຮັບຄະນະອະດີດ ນັກໂທດແຂວງກວາງຫງ້າຍ

ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກໃຫ້ການ ຕ້ອນຮັບຄະນະອະດີດ ນັກໂທດແຂວງກວາງຫງ້າຍ - ảnh 1

​(ພາບ:baodientu.chinhphu.vn)

(vovworld)-  ​ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ສະ​ມາ​ຄົມ​ນັກ​ໂທດ​ການ​ເມືອງ​ແຂວງ​ກວາງ​ຫງ້າ​ຍ ​ໃນ​ໂອກາດ​ຄະນະ​ມາ​ຢ້ຽມຢາມ​ນະຄອນຫຼວງ​ຮ່າ​ໂນ້ຍ ​ແລະ ​ເຂົ້າຢ້ຽມຂ່ຳນັບ​ສຸສານ​ທ່ານ​ປະທານ​ໂຮ່ຈິ​ມິນ, ທ່ານຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ຢືນຢັນ​ວ່າ: ຍາມ​ໃດ, ພັກ, ລັດ​ກໍ່​ໄດ້​ຮັບ​ຮູ້ ​ແລະ ສະ​ແດງ​ຄວາມ​ຮູ້​ບຸນຄຸນບັນດາ​ການ​ອຸທິດ​ສ່ວນ, ການສະ​ເສຍສະຫຼະ​ຂອງ​ບັນດາ​ອະດີດ​ນັກ​ໂທດ​ການ​ເມືອງ. ບັນດາ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ທີ່​ແທດ​ຈິງ​ຂອງ​ພັກ ​ແລະ ລັດ​ໃນ​ໄລຍະ​ຜ່ານ​ມາ ​ໄດ້​ລະດົມ​ກຳລັງ​ໃຈ​ບັນດາ​ອະດີດ​ນັກ​ໂທດ​ການ​ເມືອງຢ່າງ​ທັນ​ການ ​ເພື່ອ​ໃຫ້​ເຂົາ​ເຈົ້າຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ໃນ​ຊີວິດ​ການ​ເປັນ​ຢູ່, ສືບ​ຕໍ່​ອຸທິດ​ສ່ວນ​ເຂົ້າ​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ຕີ​ລາຄາ​ສູງ​ໝາກຜົນ​ຂອງສະ​ມາ​ຄົມ​ນັກ​ໂທດ​ການ​ເມືອງ​ແຂວງ​ກວາງ​ຫງ້າ​ຍ ​ໃນ​ວຽກ​ງານ ”ຕອບ​ບຸນ​ແທນ​ຄຸນ”, ທ່ານຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວນ​ຟຸກ ສະ​ເໜີ​ວ່າ ສະມາຄົມ​ຕ້ອງຕັ້ງໜ້າ​ເອົາ​ໃຈ​ໃສ່​ເບິ່ງ​ແຍງ, ລະດົມ, ຕັກ​ເຕືອນ​ສະມາຊິກ ປະຕິບັດ​ແຜນ​ນະ​ໂຍບາຍ, ​ແທວທາງ​ຂອງ​ພັກ, ນະ​ໂຍບາຍ​ກົດໝາຍ​ຂອງ​ລັດ​ເປັນ​ຢ່າງ​ດີ. ທ່ານ​ຮຽກຮ້ອງ​ໃຫ້​ແຂວງ​ກວາງ​ຫງ້າ​ຍ ຈົ່ງ​ສືບ​ຕໍ່​ເອົາ​ໃຈ​ໃສ່​ເບິ່ງ​ແຍງ​ຊີວິດ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ໃຫ້​ບັນດາ​ອະດີດ​ນັກ​ໂທດ​ການ​ເມືອງ ​ແລະ ຄອບຄົວ​ຂອງ​ເຂົາ​ເຈົ້າ​ໃຫ້​ດີ​ກ່ວາອີກ.

 

 

ຂ່າວ/ບົດ​ອື່ນ