(vovworld) – ຕອນເຊົ້າວັນທີ 5/8, ຢູ່ນະຄອນ ດ່າໜັງ, ສະຖາບັນການເມືອງການປົກຄອງແຫ່ງຊາດ ໂຮ່ຈີມິນ ໄດ້ຈັດຕັ້ງພິທີສະຫລຸບສົກຮຽນ 2012 – 2013 ແລະ ຜັນຂະຫຍາຍທິດທາງໜ້າທີ່ສົກຮຽນ 2013 – 2014. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນ ໄດ້ຮັບຮູ້ບັນດາຜົນງານເຊິ່ງສະຖາບັນການເມືອງການປົກຄອງແຫ່ງຊາດ ໂຮ່ຈີມິນ ບັນລຸໄດ້ໃນຊຸມປີຜ່ານມາ, ພິເສດແມ່ນໃນວຽກງານບຳລຸງສ້າງລວງເລິກວິຊາ, ຄົ້ນຄ້ວາວິທະຍາສາດ, ການພົວພັນຮ່ວມມືສາກົນ, ບູລະນະຍົກລະດັບພື້ນຖານວັດຖຸຮັບໃຊ້ວຽກງານສິດສອນ ແລະ ຮຳ່ຮຽນຂອງສະຖາບັນ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນ ເນັ້ນໜັກວ່າ: ສະຖາບັນການເມືອງການປົກຄອງແຫ່ງຊາດ ໂຮ່ຈີມິນ ຄວນສຸມໃສ່ປະຕິບັດວຽກງານບຳລຸງສ້າງພະນັກງານນຳພາພັກ, ອຳນາດການປົກຄອງ, ອົງການຈດຕັ້ງມະຫາຊົນ, ບັນດາລັດວິສາຫະກິດ, ຮັບໃຊ້ໃຫ້ແກ່ພາລະກິດພັດທະນາຂອງປະເທດຊາດ. ທ່ານ ເວົ້າວ່າ:
“ທ່າແຮງຂອງພວກເຮົາແມ່ນບຳລຸງສ້າງບັນດາການນຳພັກ, ລັດ, ອົງການຈັດຕັ້ງມະຫາຊົນ ແລະ ລັດວິສາຫະກິດ. ຕ້ອງອີງໃສ່ພື້ນຖານຄື: ສະຕິຄວາມຮັບຮູ້ທິດສະດີ Mac Lenin, ແນວທາງຂອງພັກ, ພຶດຕິກຳຕົວຈິງໃນປະຈຸບັນຂອງປະເທດຊາດ, ຄົ້ນຄ້ວາວິທະຍາສາດ ຫັນເປັນເນື້ອໃນການບຳລຸງສ້າງ ແລະ ວິທີ. ຕ້ອງປ່ຽນໃໝ່ການຄຸ້ມຄອງສະຖາບັນ, ຍູ້ແຮງວຽກງານຄົ້ນຄ້ວາວິທະຍາສາດ, ສ້າງຖັນແຖວພະນັກງານສິດສອນ, ພະນັກງານຄຸ້ມຄອງບັນລຸມາດຖານເພື່ອກາຍເປັນຮາກຖານບຳລຸງສ້າງມະຫາວິທະຍາໄລດີເດັ່ນ.”