ຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນ ເຮັດວຽກຢູ່ແຂວງ ເລີມດົ່ງ
(ພາບ: /baolamdong.vn)
(vovworld) – ຕອນບ່າຍວັນທີ 20/7, ຢູ່ນະຄອນ ດ່າລາດ, ຄະນະປະຕິບັດງານຂອງລັດຖະບານ ໂດຍທ່ານຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນ ນຳໜ້າ, ມີການເຮັດວຽກກັບການນຳແຂວງ ເລີມດົ່ງ ກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມຂອງ ທ້ອງຖິ່ນ. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນ ຕີລາຄາສູງບາງຜົນງານທີ່ຕັ້ງໜ້າໃນການບໍລິຫານການພັດທະນາເສດຖະກິດ - ສັງຄົມຂອງແຂວງ ເລີມດົ່ງ, ພ້ອມທັງໃສ່ໃຈວ່າແຂວງຕ້ອງເພີ່ມທະວີການສົມທົບກັບບັນດາສະຖາບັນ, ບັນດາໂຮງຮຽນໃນການຄົ້ນຄ້ວາ ແລະ ນຳໃຊ້ເຕັກໂນໂລຢີ ຊີວະສາດເຂົ້າໃນການຜະລິດ, ເສີມຂະຫຍາຍທ່າແຮງ ແລະ ຍົກສູງມູນຄ່າການຜະລິດກະສິກຳເຕັກໂນໂລຢີສູງຂອງທ້ອງຖິ່ນກ່ວາອີກ. ທ່ານຮອງນາຍົກລັດຖະມົນຕີກໍ່ຊີ້ນຳແຂວງ ເລີມດົ່ງ ຄວນຮີບເຮັ່ງກວດກາພາສີມູນຄ່າເພີ່ມ, ຕ້ານການໜີພາສີ. ສະເພາະ ກ່ຽວກັບໂຄງການກໍ່ສ້າງຊົນນະບົດໃໝ່, ທ່ານຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນ ເນັ້ນໜັກວ່າ:
“ກ່ຽວກັບຊົນນະບົດໃໝ່, ແຂວງ ເລີມດົ່ງ ຕ້ອງກວດຄືນຄວາມຮຽກຮ້ອງຕ້ອງການຕົວຈິງ, ຜ່ານ 2 ປີແຫ່ງການປະຕິບັດ ລະດັບລົງທຶນໄດ້ເພີ່ມຂຶ້ນຄືແນວໃດ. ພ້ອມກັນນັ້ນ, ນຳໃຊ້ບັນດາໂຄງການຈຸດໝາຍໃນບໍລິເວນ ສົມທົບກັບບັນດາສິ່ງທີ່ມີຢູ່ແລ້ວຂອງທ້ອງຖີ່ນ. ແຂວງ ເລີມດົ່ງ ກໍ່ຄວນພິຈາລະນະ, ສົມທົບກັບຂະແໜງວັດທະນະທຳ, ສຶກສາ, ສາທາລະນະສຸກ, ກະສິກຳ ໃນບໍລິເວັນເພື່ອວາງຈຸດໝາຍກໍ່ສ້າງຊົນນະບົດໃໝ່ຂອງແຂວງໃຫ້ລະອຽດ. ເຮັດໄດ້ຄືແນວນັ້ນ, ການຜັນຂະຫຍາຍຈະໄວກ່ວາ, ບົນພື້ນຖານງົບປະມານທີ່ມີຢູ່ແລ້ວ.”