ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຫວູ​ດຶກ​ດາມ​ເຮັດ​ວຽ​ກ​ກັບ​ແຂວງ ຊອກ​ຈັງ

(VOVWORLD) - , ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ສະເໜີໃຫ້ແຂວງ ຊອກຈັງ ສືບຕໍ່ຍົກສູງກຳລັງຄວາມສາມາດໃນການຊີ້ນຳຂອງບັນດາອົງຄະນະພັກ, ບົດບາດຄຸ້ມຄອງບໍລິຫານຂອງອຳນາດການປົກຄອງທຸກຂັ້ນ.
ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຫວູ​ດຶກ​ດາມ​ເຮັດ​ວຽ​ກ​ກັບ​ແຂວງ ຊອກ​ຈັງ - ảnh 1                           ທ່ານ ຮອງນາຍົກລັດຖະມົນຕີ ຫວູດຶກດາມ ກ່າວຄຳເຫັນທີ່ການເຮັດວຽກ

       ຕອນບ່າຍວັນທີ 6 ພຶດສະພາ, ທ່ານ ຮອງນາຍົກລັດຖະມົນຕີ ຫວູດຶກດາມ ພ້ອມກັບຄະນະປະຕິບັດງານຂອງບັນດາກະຊວງ, ຂະແໜງການຂັ້ນສູນກາງໄດ້ມີການລົງສຳຫຼວດ, ກວດກາ ແລະ ເຮັດວຽກຢູ່ ແຂວງ ຊອກຈັງ ກ່ຽວກັບການປະຕິບັດມະຕິ 33 ຂອງຄະນະບໍລິຫານງານສູນກາງພັກ (ຊຸດ XI) ກ່ຽວກັບການສ້າງສາ, ພັດທະນາວັດທະນະທຳ, ຊາວ ຫວຽດນາມ ເພື່ອຕອບສະໜອງຄວາມຕ້ອງການຂອງການພັດທະນາແບບຍືນຍົງຂອງປະເທດຊາດ. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ສະເໜີໃຫ້ແຂວງ ຊອກຈັງ ສືບຕໍ່ຍົກສູງກຳລັງຄວາມສາມາດໃນການຊີ້ນຳຂອງບັນດາອົງຄະນະພັກ, ບົດບາດຄຸ້ມຄອງບໍລິຫານຂອງອຳນາດການປົກຄອງທຸກຂັ້ນ, ລະດົມການເຂົ້າຮ່ວມຂອງບັນດາໝູ່ຄະນະ ແລະ ປະຊາຊົນທຸກຊັ້ນວັນນະໃນການປະຕິບັດມະຕິ, ສ້າງການປ່ຽນແປງຢ່າງຈະແຈ້ງໃນໜ້າທີ່ສ້າງ ແນວຄິດ, ຄຸນສົມບັດ, ວິຖີຊີວິດວັດທະນະທຳທີ່ປອດໃສ.

ຕອບກັບ

ຂ່າວ/ບົດ​ອື່ນ