ຮອງນາຍົກລັດຖະມົນຕີ ຫວູວັນນິງ ເຮັດວຽກ ຢູ່ນະຄອນດ່ານັ້ງ

ຮອງນາຍົກລັດຖະມົນຕີ ຫວູວັນນິງ ເຮັດວຽກ ຢູ່ນະຄອນດ່ານັ້ງ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ
(ເຮັດ​ວຽກ​ກັບ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ດ່າ​ນັ້ງ)


(vovworld) –  ຕອນ​ເຊົ້າ​ວັນ​ທີ 14/06, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ດ່າ​ນັ້ງ ກ່ຽວ​ກັບ​ສະພາບ​ການ​ພັດທະນາ​ເສດຖະກິດ​ສັງຄົມ, ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ​ໃນ 6 ​ເດືອນ​ຕົ້ນ​ປີ 2014 ​ແລະ ປະຕິບັດ​ວຽກ​ງານ​ຈຸດ​ສຸມ​ໃນ​ໄລຍະ​ຈະ​ມາ​ເຖິງ. ​ໃນ 6 ​ເດືອນ​ຜ່ານ​ມາ, ນະຄອນ​ດ່າ​ນັ້ງ ​ໄດ້​ສຸມ​ໃສ່​ຊີ້​ນຳ​ການ​ປະຕິບັດ​ລາຍການ “ປີ​ວິ​ສາ​ຫະກິດ 2014”, ບັນດາຈຸດໝາຍ​ພັດທະນາ​ເສດຖະກິດ​ສັງຄົມ, ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ​ຮັກສາລະດັບ​ການ​ເຕີບ​​ໂຕ​ເປັນ​ຢ່າງ​ດີ. ​ແຕ່​ວ່າ, ສະພາບ​ຄວາມ​ເຄັ່ງ​ຕຶງ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ເຮັດ​ໃຫ້​ຈຳນວນ​ນັກ​ທ່ອງ​ທ່ຽວ​ຈີນ ມາທ່ອງ​ທ່ຽວ​ຢູ່​ດ່າ​ນັ້ງ​ ໃນ​ເດືອນ 05, 06 ຖືກຫຼຸດລົງ​ແຕ່ 50 – 70%. ທາງ​ນະຄອນ​ຕ້ອງ​ເປັນ​ເຈົ້າ​ການ​ຊອກ​ຫາ​ຕະຫຼາດ​ອື່ນ​ຄື: ສ.​ເກົາຫຼີ, ຍີ່ປຸ່ນ, ມາ​ເລ​ເຊຍ… ​ເພື່ອ​ທົດ​ແທນ​ການຫຼຸດຜ່ອນ​ແຂກ​ທ່ອງ​ທ່ຽວ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ຮຽກຮ້ອງ​ໃຫ້​ບັນດາ​ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ ສົມທົບ​ກັບ​ອຳນາດ​ການ​ປົກຄອງ​ແກ້​ໄຂ​ຂໍ້​ຕັດ​ຂັດ, ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້​ນະຄອນພັດທະນາ.

ຂ່າວ/ບົດ​ອື່ນ