ຮອງນາຍົກລັດຖະມົນຕີ ຫວູວັນນິງ ເຮັດວຽກຢູ່ແຂວງບາກລຽວ

ຮອງນາຍົກລັດຖະມົນຕີ ຫວູວັນນິງ ເຮັດວຽກຢູ່ແຂວງບາກລຽວ - ảnh 1
ຮອງນາຍົກລັດຖະມົນຕີ ຫວູວັນນິງ ເຮັດວຽກຢູ່ແຂວງບາກລຽວ
(ພາບ: VGP/Xuân Tuyến)

(vovworld) – ວັນ​ທີ 4/7, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ພ້ອມ​ກັບ​ຄະນະ​ປະຕິບັດ​ງານ​ລັດຖະບານ​ໄດ້​ເຮັດ​ວຽກ​ຢູ່​ແຂວງ​ບາກ​ລຽວ ກ່ຽວ​ກັບ​ສະພາບ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ໃນ 6 ​ເດືອນ​ຕົ້ນ​ປີ 2013 ​ແລະ ປະຕິບັດ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່. ນະ​ທີ່​ນີ້, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ສະ​ເໜີ​ໃຫ້​ແຂວງ​ບາກ​ລຽວ ​ໃນ​ໄລຍະ​ຈະ​ມາ​ເຖິງ​ຄວນ​ສຸມ​ໃສ່​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ການ​ຜະລິດ ດຳ​ເນີນ​ທຸລະ​ກິດ, ​ແກ້​ໄຂ​ໜີ້​ເສຍ, ລາຍ​ຮັບ​ງົບປະມານ​ໃນ​ທ້ອງ​ຖີ່​ນ. ຄຽງ​ຂ້າງ​ນັ້ນ​ຕ້ອງ​ປະຕິບັດ​ບັນດາ​ນະ​ໂຍບາຍ​ຮັບປະກັນ​ຊີວິດ​ສັງຄົມ, ​ເອົາ​ໃຈ​ໃສ່​ເບິ່ງ​ແຍງ​ເຖິງ​ຄົນ​ທຸກ​ຍາກ; ກໍ່​ຄືກຳນົດຢ່າງ​ຈະ​ແຈ້ງວ່າ ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່ ​ແມ່ນ​ໂຄງການ​ສຳຄັນ​ທີ່​ມີ​ລັກສະນະ​ຍຸດ​ທະ​ສາດ, ຍາວ​ນານ ດັ່ງ​ນັ້ນ​ຕ້ອງ​ໄດ້​ຮັບ​ການ​ປະຕິບັດ​ເປັນ​ປະຈຳ. ທາງ​ແຂວງ​ຄວນ​ຂະຫຍາຍ​ບັນດາ​​ແບບຢ່າງ​ທີ່​ດີ, ມີ​ປະສິດທິ​ຜົນ ​ໃນ​ການ​ລະດົມ​ແຫຼ່ງທຶນ​ຈາກ​ປະຊາຊົນ.

 

ຂ່າວ/ບົດ​ອື່ນ