ຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ໃຫ້ການຕ້ອນຮັບຮອງປະທານຝ່າຍບໍລິຫານກຸ່ມບໍລິສັດ Mitsubishi
(VOVWORLD) - ຕອນບ່າຍວັນທີ 29 ສິງຫາ, ທີ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ໄດ້ໃຫ້ການຕ້ອນຮັບທ່ານຮອງປະທານຝ່າຍບໍລິຫານກຸ່ມບໍລິສັດ Mitsubishi (ຍີ່ປຸ່ນ) Hiroshi Sakuma.
ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ແລະ ທ່ານຮອງປະທານຝ່າຍບໍລິຫານກຸ່ມບໍລິສັດ Mitsubishi (ຍີ່ປຸ່ນ) Hiroshi Sakuma (ພາບ: VGP) |
ທ່ານຮອງປະທານຝ່າຍບໍລິຫານກຸ່ມບໍລິສັດ Mitsubishi Hiroshi Sakuma ໃຫ້ຮູ້ວ່າ ປັດຈຸບັນ, Mitsubishi ພວມລົງທຶນເຂົ້າ 2 ໂຄງການ BOT ໂຮງງານໄຟຟ້າໃຊ້ພະລັງຄວາມຮ້ອນ ຫວູງອາງ 2 (ກຳລັງຕິດຕັ້ງ 1.200 MW) ແລະ ຫວີງເຕີນ 3 (ກຳລັງຕິດຕັ້ງ 1.980 MW) ຢູ່ ຫວຽດນາມ.
ສ່ວນທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ຢືນຢັນວ່າ ບັນດາໂຄງການພະລັງງານໄຟຟ້ານັ້ນ ມີບົດບາດສຳຄັນສຳລັບ ຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ປາດຖະໜາວ່າ Mitsubishi ມານະພະຍາຍາມຜັນຂະຫຍາຍບັນດາວຽກງານຈຳເປັນ ເພື່ອໃຫ້ 2 ຝ່າຍລົງນາມສັນຍາຮ່ວມມືຜັນຂະຫຍາຍໂຄງການ ຫວູງອາງ 2 ແລະ ຫວີງເຕີນ 3 ເນື່ອງໃນໂອກາດທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຢ້ຽມຢາມ ຍີ່ປຸ່ນ ໃນເດືອນ ຕຸລາ ປີ 2018.