ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈິ້ງດີງຢຸງ ໄດ້ໃຫ້ການຕ້ອນຮັບຫົວໜ້າອົງການຂ້າຫຼວງໃຫຍ່ກ່ຽວກັບສິ່ງແວດລ້ອມຂອງສະຫະພາບເອີລົບ (EU) Karmenu Vella |
(vovworld)- ວັນທີ 18/11, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈິ້ງດີງຢຸງ ໄດ້ໃຫ້ການຕ້ອນຮັບຫົວໜ້າອົງການຂ້າຫຼວງໃຫຍ່ກ່ຽວກັບສິ່ງແວດລ້ອມຂອງສະຫະພາບເອີລົບ (EU) Karmenu Vella ຊຶ່ງໄດ້ມາຢ້ຽມຢາມ ແລະ ເຮັດວຽກງຢູ່ຫວຽດນາມ. ທີ່ທ່ານຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈິ້ງດີງຢຸງ ໃຫ້ຮູ້ວ່າ ນາຍົກລັດຖະມົນຕີຫວຽດນາມໄດ້ມີຄຳສັ່ງກ່ຽວກັບບາງວິທີການແກ້ໄຂດ່ວນໃນວຽກງານປ້ອງກັນ, ສະກັດກັ້ນ ແລະ ຕໍ່ສູ້ກັບການກະທຳທຳຮ້າຍສັດປ່າປະເພດຕ່າງໆຢ່າງຜິດກົດໝາຍ, ຊຶ່ງສະແດງໃຫ້ເຫັນເຖິງເລື່ອງລັດຖະບານຫວຽດນາມຍາມໃດກໍເອົາໃຈໃສ່ປະຕິບັດບັນດາຄຳໝັ້ນສັນຍາສາກົນ.
ສ່ວນທ່ານຫົວໜ້າອົງການຂ້າຫຼວງໃຫຍ່ກ່ຽວກັບສິ່ງແວດລ້ອມຂອງສະຫະພາບເອີລົບ (EU) Karmenu Vella ຫວັງວາ່ : ໃນໄລຍະທີ່ຈະມາເຖິງ, ຫວຽດນາມ ແລະ ສະຫະພາບເອີລົບຈະຊຸກຍູ້, ເປີດກ້ວາງການຮ່ວມມືໃນຫຼາຍຂົງເຂດ, ເພີ່ມທະວີການເຄື່ອນໄຫວຮ່ວມມືໃນຂອບເຂດວິສາຫະກິດ ແລະ ປະຊາຊົນ.