ຮອງນາຍົກລັດຖະມົນຕີຈີ້ງດີງຢຸງຕ້ອນຮັບຮອງປະທານທະນາຄານໂລກ
ທ່ານຮອງນາຍົກລັດຖະມົນຕີ ຈີ້ງດີງຢຸງ ຕ້ອນຮັບ
ທ່ານນາງ Victoria KwaKwa
(ພາບ: VGP/ເຍີດບັກ)
(vovworld) – ຕອນເຊົ້າວັນທີ 25/07 ທີ່ ຮ່່າໂນ້ຍ ທີ່ການຕ້ອນຮັບທ່ານນາງ Victoria KwaKwa ຮອງປະທານທະນາຄານໂລກຮັບຜິດຊອບພາກພື້ນ ອາຊີຕາເວັນອອກ - ປາຊີຟິກ, ທ່ານຮອງນາຍົກລັດຖະມົນຕີ ຈີ້ງດີງຟຸງ ຫວັງວ່າ: ໃນຖານະຕຳແໜ່ງໃໝ່, ທ່ານນາງຈະສືບຕໍ່ໜູນຊ່ວຍຍຸດທະສາດພັດທະນາແຫ່ງຊາດຂອງບັນດາປະເທດໃນພາກພື້ນກ່ວາອີກ, ໃນນັ້ນ ມີ ຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ ຈີ້ງດີງຢຸງ ຢັ້ງຢືນວ່າ ຍາມໃດ ຫວຽດນາມ ກໍ່ຖືເປັນສຳຄັນໝາກຜົນແຫ່ງການນຳໃຊ້ແຫຼ່ງທຶນກູ້ຢືມຂອງປະຊາຄົມສາກົນເວົ້າລວມ ແລະ ທະນາຄານໂລກເວົ້າສະເພາະ, ພ້ອມທັງເພີ່ມທະວີບັນດາມາດຕະການຕິດຕາມກວດກາ ແລະ ຄຸ້ມຄອງການນຳໃຊ້ບັນດາແຫຼ່ງທຶນນີ້.