(vovworld) - ວັນທີ 13/06, ເນື່ອງໃນໂອກາດນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມງານຕະຫຼາດນັດຈີນ - ອາຊີໃຕ້ຄັ້ງທີ 4 ແລະ ງານຕະຫຼາດນັດຂາອອກຂາເຂົ້າ ກຸນໝິງ ຄັ້ງທີ 24 ຢູ່ນະຄອນ ຄຸນມິງ, ແຂວງ ຢວຽນໜານ, ປະເທດຈີນ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ໄດ້ໃຫ້ການຕ້ອນຮັບທ່ານເລຂາຄະນະພັກແຂວງກຸນໝິງ ລິ໋ຈີເຄິງ. ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ຢືນຢັນວ່າ, ພັກ, ລັດ ແລະ ປະຊາຊົນຫວຽດນາມ ເອົາໃຈໃສ່ ແລະ ສະໜັບສະໜຸນການຮ່ວມມືມິດຕະພາບລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆຂອງຫວຽດນາມ ກັບຈີນ ເວົ້າລວມ ແລະ ແຂວງຢວຽນໜານ ເວົ້າສະເພາະ. ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ສະເໜີໃຫ້ແຂວງຢວຽນໜານ ແລະ ບັນດາທ້ອງຖິ່ນຢູ່ເຂດຊາຍແດນຫວຽດນາມ ສືບຕໍ່ເພີ່ມທະວີການພົວພັນຮ່ວມມືມິດຕະພາບ, ສົມທົບກັນປະຕິບັດວາລະປະຊຸມຄັ້ງທີ 6 ກຸ່ມປະຕິບັດງານປະສົມລະຫວ່າງ 4 ແຂວງ ລາວກາຍ, ຮ່າຢາງ, ດ້ຽນບຽນ, ລາຍເຈົາຂອງຫວຽດນາມ ແລະ ແຂວງຢວຽນໜານ ຂອງຈີນ ໃນປີ 2016 ໃຫ້ເປັນຢ່າງດີ; ເພີ່ມທະວີການພົບປະແລກປ່ຽນປະຊາຊົນ.
ສ່ວນທ່ານ ລິ໋ຈີເຄິງ ສະເໜີເສີມຂະຫຍາຍບັນດາກົນໄກຮ່ວມມືລະຫວ່າງແຂວງຢວຽນໜານກັບທ້ອງຖິ່ນຕ່າງໆຂອງຫວຽດນາມ ຢ່າງມີປະສິດທິຜົນ; ລົງເລິດເຂົ້າໃນການຮ່ວມມືດ້ານການຄ້າ, ເປີດກວ້າງຂອບຂະໜາດຂາອອກ, ຂາເຂົ້າບັນດາຜະລິດຕະພັນເຊິ່ງ 2 ຝ່າຍມີທ່າແຮງ; ຕັ້ງໜ້າກໍ່ສ້າງເຂດຮ່ວມມືເສດຖະກິດຜ່ານດ່ານຊາຍແດນເຄື໋ອເຂົ້າ - ລາວກາຍ.