ຮອງນາຍົກລັດຖະມົນຕີຟ້າມບິ່ງມິງຢ້ຽມຢາມລາວຢ່າງເປັນທາງການ
Quoc Khanh, ນັກຂ່າວVOVປະຈຳລາວ, -  
ການເຈລະຈາຂັ້ນສູງລະຫວ່າງກະຊວງການຕ່າງປະເທດ ຫວຽດນາມ - ລາວ
(vovworld) – ໂດຍໄດ້ຮັບຄຳເຊີນຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ລາວ ທອງລຸນ ສີສຸລິດ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ໄດ້ທຳການຢ້ຽມຢາມ ລາວ ຢ່າງເປັນທາງການໃນລະຫວ່າງວັນທີ 4 – 5/12/2014. ວັນທີ 4/12, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຟ້າມບິ່ງມິງ ເຈລະຈາກັບຄູ່ຕຳແໜ່ງ ທ່ານ ທອງລຸນ ສີສຸລິດ. ຮອງນາຍົກລັດຖະມົນຕີ ຢືນຢັນວ່າ: 2 ປະເທດຈະສົມທົບກັບຢ່າງແໜ້ນແຟ້ນກັບບັນດາປະເທດສະມາຊິກ ອາຊຽນ ອື່ນເພື່ອສ້າງປະຊາຄົມ ອາຊຽນ ໃນປີ 2015 ສຳເລັດຜົນ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນໃນພາກພື້ນ. ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ຢຶນຢັນວ່າ: ຫວຽດນາມ ຈະສະໜັບສະໜູນ ແລະ ຮ່ວມມືຢ່າງແໜ້ນແຟ້ນເພື່ອໃຫ້ ລາວ ປະຕິບັດໜ້າທີ່ເປັນປະທານ ອາຊຽນ ໃນປີ 2016 ສຳເລັດຜົນ.ຮອງນາຍົກລັດຖະມົນຕີ 2 ທ່ານກໍ່ຢືນຢັນກະຊວງການຕ່າງປະເທດ 2 ປະເທດຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນໃນບັນດາເວທີປາໄສພາກພື້ນ ແລະ ສາກົນ.
ພາຍຫຼັງການເຈລະຈາ, 2 ຝ່າຍໄດ້ເຊັນສັນຍາຮ່ວມມືລະຫວ່າງກະຊວງການຕ່າງປະເທດ ຫວຽດນາມ ແລະ ລາວ ໄລຍະ 2014 – 2020 ເພື່ອຊຸກຍູ້ການຮ່ວມມືລະຫວ່າງ 2 ກະຊວງການຕ່າງປະເທດ, ໃນນັ້ນມີການເພີ່ມທະວີຄະນະຜູ້ແທນ ແລະ ຮ່ວມມືລະຫວ່າງການນຳ ແລະ ບັນດາຫົວໜ່ວຍກ່ຽວຂ້ອງຂອງກະຊວງການຕ່າງປະເທດ.
ກໍ່ໃນວັນດຽວກັນ, ໃນຂອບເຂດການຢ້ຽມຢາມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຟ້າມບິ່ງມິງ ໄດ້ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ຈຸມມະລີ ໄຊຍະສອນ ແລະ ທ່ານນາຍົກລັດຖະມົນຕີ ລາວ ທອງສິງ ທຳມະວົງ. ການນຳຂັ້ນສູງ ລາວ ຢືນຢັນວ່າ: ຍາມໃດກໍ່ຖືເປັນສຳຄັນ, ເພີ່ມພູນຄູນສ້າງການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ປະເທດ. ແລະໃນຕອນບ່າຍວັນດຽວກັນ, ທີ່ສຳນັກງານກະຊວງການຕ່າງປະເທດລາວ, ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຟ້າມບິ່ງມິງ ໄດ້ມອບຫຼຽນໄຊເອກະລາດຊັ້ນ 2 ໃຫ້ແກ່ລັດຖະມົນຕີກະຊວງຍຸຕິທຳ ບຸນເກີດ ສັງສົມສັກ (ເຊິ່ງໃນອະດີດເປັນລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດລາວ), ຫຼຽນໄຊແຮງງານຊັ້ນ 3 ແລະ ຫຼຽນໄຊມິດຕະພາບໃຫ້ໝູ່ຄະນະຂອງກະຊວງການຕ່າງປະເທດລາວ ເພື່ອມີຜົນງານດີເດັ່ນໃນການເພີ່ມທະວີການພົວພັນສາມັກຄີແບບພິເສດ ຫວຽດນາມ - ລາວ.
Quoc Khanh, ນັກຂ່າວVOVປະຈຳລາວ,