ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກກວດກາບັນດາໂຄງການເສັ້ນທາງໂຮ່ຈີມິນ
ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກກວດກາບັນດາໂຄງການເສັ້ນທາງໂຮ່ຈີມິນ
(ພາບ: Quang Huy-TTXVN)
(vovworld) – ວັນທີ 21/4, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ໄປກວດກາສະພາບການປະຕິບັດໂຄງການເສັ້ນທາງ ໂຮ່ຈີມິນ (ເສັ້ນທາງເລກທີ 14) ຕອນຜ່ານແຂວງ ດັກລັກ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຮຽກຮ້ອງໃຫ້ຄະນະຄຸມຄອງໂຄງການເສັ້ນທາງ ໂຮ່ຈີມິນ ຕິດຕາມກວດກາ, ຊຸກຍູ້ບັນດານັກປະມູນຍູ້ໄວຄວາມຄືບໜ້າໃນການປະຕິບັດເປັນປະຈຳ, ບໍ່ປະໃຫ້ບັນດານັກປະມູນ, ຫົວໜ່ວຍປະຕິບັດເຮັດວຽກງານຢ່າງຊັກຊ້າ. ທ່ານຮອງນາຍົກລັດຖະມົນຕີ ກໍ່ສະເໜີໃຫ້ບັນດານັກປະມູນເພີ່ມທະວີກຳລັງ, ພາຫະນະ, ກົນຈັກ, ຮັບປະກັນຄຸນນະພາບກິດຈະກຳ, ບັນລຸຄວາມຄືບໜ້າໃນແຕ່ລະວຽກງານຄືດັ່ງໄດ້ໃຫ້ຄຳໝັ້ນສັນຍາເພື່ອສູ້ຊົນຮອດເດືອນ 10/2015 ຈະມອບສົ່ງເສັ້ນທາງທັງໝົດ.